ຄະນະຜູ້ແທນ ກົມການຂ່າວ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຈຳນວນ 10 ທ່ານ, ໄດ້ທຳການຢ້ຽມຢາມແລກປ່ຽນບົດຮຽນທັດສະນະສຶກສາ, ທີ່ ສປ ຈີນ, ແຕ່ວັນທີ 03-07 ມັງກອນ 2018, ຕາມການເຊື້ອເຊີນຂອງ ກົມການຂ່າວ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ເຊິ່ງໄດ້ເດີນທາງໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ 03 ເມືອງ ຄື: ປັກກິ່ງ, ຊຽງໄຮ ແລະ ຄຸນມິງ.
ໃນວັນທີ 04 ມັງກອນ 2018, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ພົບປະຫາລືກັບ ທ່ານ ລູ່ ຄັງ (Lu Kang), ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດແຫ່ງ ສປ ຈີນ. ທັງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ລະຫວ່າງ ສອງກົມການຂ່າວຂອງສອງກະຊວງການຕ່າງປະເທດ ລາວ-ຈີນ.