ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊູມສຳມະນາ “ການສ້າງຂີດຄວາມສາມາດໃຫ້ກັບບັນດາຜູ້ທີ່ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ

141217SDGs1

 

141217SDGs2

 

ໃນວັນທີ 14-15 ທັນວາ 2017, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໂດຍຮ່ວມກັບ ອົງການ ສປຊ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ "ການສ້າງຂີດຄວາມສາມາດໃຫ້ກັບບັນດາຜູ້ທີ່ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ" ແລະ ກະກຽມເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ ເພື່ອສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງ ປີ 2018.

 

ກອງປະຊຸມ ໄດ້ຈັດຂື້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ກາຣີນາ ອິມໂມເນັນ, ຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ຈຸດປະສົງ ແມ່ນເພື່ອກະກຽມໃຫ້ແກ່ການເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ແລະ ກະກຽມທີ່ຈະໄປສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ປີ 2018 ຢູ່ ອົງການ ສປຊ ທີ່ ນິວຢອກ.

 

ໃນໂອກາດນີ້, ຕົວແທນຈາກກະຊວງການຕ່າງປະເທດ, ກະຊວງແຜນການ, ສູນສະຖິຕິແຫ່ງຊາດ ແລະ ອົງການສະຫະປະຊາຊາດ ໄດ້ຂຶ້ນສະເໜີບົດຕ່າງໆ ກ່ຽວກັບ ຄວາມເປັນມາ ແລະ ເນື້ອໃນສຳຄັນຂອງວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງໂດຍສັງເຂບ, ຄວາມສຳຄັນຂອງກອງປະຊຸມເວທີການເມືອງລະດັບສູງ ປີ 2018 ແລະ ການສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ພ້ອມທັງບັນດາຂັ້ນຕອນຄວາມກຽມພ້ອມ ຂອງ ສປປ ລາວ ໃນການກະກຽມສະເໜີບົດລາຍງານດັ່ງກ່າວ ຊຶ່ງ ສປປ ລາວ ກໍເປັນໜຶ່ງໃນ 48 ປະເທດ ໃນທົ່ວໂລກ ໄດ້ຖືກຄັດເລືອກລາຍງານ ໃນປີ 2018 ນີ້. ກອງປະຊຸມສຳມະນາຄັ້ງນີ້ ເປັນເວທີປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຊື່ອມສານ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8, 9 ແລະ 10 ແລະ ສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມກັບວົງຄະນະຍາດສາກົນ ເພື່ອບັນລຸເປົ້າໝາຍການພັດທະນາປະເທດ ກໍຄື ວາລະ 2030 ເພື່ອເປັນການພັດທະນາແບບຍືນຍົງ ເຂົ້າຮ່ວມໃນການສຳມະນາ ຄັ້ງນີ້ ມີຕົວແທນຈາກ ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງແຜນການ, ສູນສະຖິຕິແຫ່ງຊາດ, ພະແນກການຕ່າງປະເທດ ແລະ ແຜນການ ຂອງ 17 ແຂວງທົ່ວປະເທດ ແລະ ນະຄອນຫລວງວຽງຈັນ, ຕົວແທນຈາກອົງກອນທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ຫໍສະພາການຄ້າ, ນັກຄົ້ນຄວ້າ ແລະ ອົງການສະຫະປະຊາຊາດ ຫລາຍກວ່າ 80 ທ່ານ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480228
ມື້ນີ້58
ມື້ວານ157
ອາທິດນີ້626
ເດືອນນີ້6459