ໃນວັນທີ 08 ທັນວາ 2017, ທີ່ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລ ແດ່ດວງວິນຍານຂອງ ທ່ານ ດຣ. ສຸຣິນ ພິດສຸວັນ, ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອນາຈັກໄທ ແລະ ອະດີດເລຂາທິການໃຫຍ່ອາຊຽນ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 30 ພະຈິກ 2017 ຜ່ານມາ.