ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ສະຫລອງວັນຊາດ 2 ທັນວາ ຄົບຮອບ 42 ປີ

 

LN42yearsthai1 LN42yearsthai2

 

ຕອນຄໍ່າຂອງວັນທີ 1 ທັນວາ 2017, ທີ່ ບາງກອກ; ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ 2 ທັນວາ, ຄົບຮອບ 42 ປີຂຶ້ນຢ່າງຄຶກຄື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງໂດຍການເປັນປະທານຂອງ ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ລາວ ປະຈໍາ ຣາຊະອານາຈັກໄທ, ມີພະນັກງານສະຖານທູດ, ແຂກທີ່ມີກຽດທັງຊາວໄທ-ລາວ, ຕະຫລອດຮອດພີ່ນ້ອງຄົນໄທເຊື້ອສາຍລາວ ເຂົ້າຮ່ວມ 300 ກວ່າຄົນ.

ໃນໂອກາດກ່າວຄໍາປາໄສຕໍ່ພິທີ, ທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ 2 ທັນວາ; ຕະຫລອດໄລຍະ 42 ປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ຊີ້ນຳນຳພາປວງຊົນລາວທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ຜ່ານການຈັດຕັ້ງປະຕິບັດ ສາມາດຜ່ານຜ່າອຸປະສັກນາໆປະການ ນັບແຕ່ການຮຳບາດແຜສົງຄາມ, ການສ້າງຄວາມສາມັກຄີປອງດອງພາຍໃນຊາດ ແລະ ການປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງ. ພ້ອມນັ້ນ ກໍໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີໃນແຕ່ລະໄລຍະ ບັນລຸຜົນສຳເລັດຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງດີຂື້ນ ແລະ ປະເທດຊາດ ກໍໄດ້ຮັບການພັດທະນາໃນຫລາຍໆດ້ານເປັນກ້າວໆມາ.

ມາເຖິງປີ 2017 ນີ້, ພັກ, ລັດຖະບານ ແລະ ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດໃນການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສາມັກຄີປອງດອງ ແລະ ເສດຖະກິດມີການຂະຫຍາຍຕົວໃນລະດັບ 7,2% ໂດຍສາມາດສ້າງລາຍຮັບ​ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸໄດ້ 2.472 ໂດລາສະຫະລັດ. ແຕ່ນີ້ເຖິງປີ 2020, ພັກ ແລະ ລັດຖະບານ ຈະນຳພາປະຊາຊົນລາວ ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 (2015-2020) ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ເພື່ອຈະນຳເອົາປະເທດ ໃຫ້ຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ.

ທ່ານເອກອັກຄະລັດຖະທູດ ໄດ້ກ່າວເຖິງຄວາມສໍາພັນ ລາວ-ໄທ ສໍາຄັນຕອນໜຶ່ງວ່າ ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດເພື່ອນບ້ານໃກ້ຄຽງທີ່ມີເສັ້ນຊາຍແດນຕິດຈອດກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ; ມີຄວາມຜູກພັນທາງດ້ານຮີດຄອງປະເພນີ, ວັດທະນະທໍາ, ສາດສະໜາ ແລະ ພາສາຄ້າຍຄືກັນມາແຕ່ບູຮານນະການ; ມີເສັ້ນທາງ ແລະ ຂົວມິດຕະພາບ 4 ແຫ່ງເຊື່ອມໂຍງເຂົ້າຫາກັນ, ເຊີ່ງທັງໝົດນີ້ໄດ້ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດລາວ ແລະ ໄທ ມີການຕິດຕໍ່ພົວພັນໄປມາຫາສູ່ ແລະ ຮ່ວມມືຊ່ວຍເຫລືອກັນຢ່າງກວ້າງຂວາງ.

ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950. ນັບແຕ່ເວລານັ້ນເປັນຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍທັງພາກລັດຖະບານ ແລະ ພາກເອກະຊົນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມສັນຖະວະໄມຕີຊື່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ. ພິເສດແມ່ນການສະເດັດຢ້ຽມຢາມ ສປປ ລາວ ເປັນສ່ວນພະອົງຂອງ ສົມ​ເດັດ ພະ​ເທບພະຣັດຣາຊະ​ສຸດາ​ ສະຫຍາມ​ບໍ​ຣົມຣາຊະ​ກຸ​ມາຣີ ປະຈຳແຕ່ລະປີ, ການເດີນທາງມາຮ່ວມພິທີຖວາຍພະເພິງ ສົມເດັດພະເຈົ້າມະຫາ ຊິວິດພູມີພົນ ອະດຸນຍະເດດ ໃນວັນທີ 26 ຕຸລາ 2017 ຂອງປະທານປະເທດລາວ ແລະ ພັນລະຍາ, ການຢ້ຽມຢາມເຮັດວຽກທາງດ້ານທຸລະກິດ - ການຄ້າທີ່ ສປປ ລາວ ຂອງຄະນະນັກທຸລະກິດໄທ ນຳໂດຍ ພະນະທ່ານ ຮອງນາຍົກລັດຖະມົນຕີ ສົມຄິດ ຈະຕຸສີພິທັກ ໃນວັນທີ 16-17 ມັງກອນ 2017, ການແລກປ່ຽນການຢ້ຽມຢາມເຮັດວຽກຂອງ ຄະນະກໍາມາທິການວ່າດ້ວຍການຮ່ວມມືລາວ - ໄທ (JC); ຄະນະກຳມາທິການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ - ໄທ (GBC); ຄະນະກຳມາທິການຊາຍແດນຮ່ວມລາວ-​ໄທ (JBC); ຄະນະເຈົ້າແຂວງ- ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທ ແລະ ໄທ-ລາວ, ສະມາຄົມ ລາວ-​ໄທ, ​ໄທ-ລາວ ​ເພື່ອ​ມິດຕະພາບ ແລະ ອື່ນໆ.

ຄຽງຄູ່ກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ການໄປມາຫາສູ່ທີ່ດີຕໍ່ກັນນີ້ ການຮ່ວມມືທາງດ້ານເສດຖະກິດ-ການຄ້າສອງຝ່າຍ ແລະ ການລົງທືນຂອງໄທ ຢູ່ ສປປ ລາວ ກໍມີທ່າອ່ຽງເພີ່ມຂຶ້ນ. ມາເຖິງປັດຈຸບັນ ການລົງທືນຂອງໄທຢູ່ ສປປ ລາວ ມີ 671 ໂຄງການ, ລວມມູນຄ່າ 4,5 ຕື້ໂດລາສະຫະລັດ ແລະ ຈັດຢູ່ອັນດັບທີສອງຂອງການລົງທືນຕ່າງປະເທດຢູ່ ສປປ ລາວ. ນອກຈາກນັ້ນ ຍັງມີໂຄງການພະຣາຊະດຳຣິ ແລະ ການຊ່ວຍເຫຼືອ ຂອງລັດຖະບານດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ໃນພິທີສະເຫລີມສະຫລອງວັນຊາດໃນປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງນັກສຶກສາລາວ ຢູ່ປະເທດໄທ, ການປະກອບສ່ວນສະແດງຟ້ອນພື້ນເມືອງ, ຫມໍລໍາ ແລະ ຮ້ອງເພງຂອງພີ່ນ້ອງຄົນໄທເຊື້ອສາຍລາວ, ເຊັ່ນ: ລາວພວນ, ລາວໄຕດໍາ, ລາວວຽງ, ລາວຄັ່ງ, ລາວງ້ຽວ ຢ່າງມ່ວນຊື່ນເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີດີງາມ ແຕ່ຕົ້ນຕະຫລອດປາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460