ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫນ່ວຍຮາກຖານຊາວຫນຸ່ມສະຖານທູດ-ນັກສຶກສາລາວ ທີ່ ສ.ເກົາຫລີ ຈັດຕັ້ງພິທີເປີດ ຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວຫນຸ່ມ ປປລ ແລະ ກິດຈະກຳກິລາປະຈຳປີ

emlao in seoul1

emlao in seoul2

​    ໂດຍປະຕິບັດຕາມການຊີ້ນຳຂອງຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ແລະ ພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະນຳສະຖານທູດ. ໃນຕອນບ່າຍວັນທີ 11 ພະຈິກ 2017, ຫນ່ວຍຊາວຫນຸ່ມສະຖານທູດລາວ ກໍ​ຄື​ຈຸ​ຊາວ​ຫນຸ່ມ​ນັກ​ສຶກ​ສາ ຮ່ວມ​ກັບ ສະ​ມາ​ຄົມ​ນັກ​ສຶກ​ສາລາວ ທີ່.ເກົາ​ຫລີ ໄດ້ຈັດຕັ້ງພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມ ແລະ ກິ​ດຈະ​ກຳກິລາ​ປະ​ຈຳ​ປີ​ 2017 ຂອງ​ນັກ​ສຶກ​ສາ​ລາວ, ໂດຍ​ມີ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ສະ​ມາ​ຊິກ​ຊາວ​ຫນຸ່ມ ປ​ປ​ລ ເຂົ້າ​ຮ່ວມ 50 ກວ່າ​ສະ​ຫາຍ (ໃນ​ນັ້ນ​ມີ​ຊາວ​ຫນຸ່ມ​ຈາກສະ​ຖານ​ທູດ, ​ການ​ບິນ​ລາວ ແລະ ນັກ​ສຶກ​ສາ).

          ​ພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມຢູ່.​ເກົາຫລີໄດ້ຈັດຂັ້ນທີ່ເຮືອນພັກທູດ, ໂດຍການໃຫ້​ກຽດ​ເຂົ້າ​ຮ່ວມ​​ເປັນ​ປະ​ທານ ແລະ ໂອ້​ລົມ​ຂອງ ສະຫາຍ ຄຳສວຍແກ້ວດາລາວົງ,ເລຂາຫນ່ວຍພັກ, ​ເອກອັກຄະລັດຖະທູດລາວ ປະຈຳ .​ເກົາຫລີ. ໃນ​ພິ​ທີ, ສະ​ຫາຍ ພາ​ວັນ ສີ​ລິ​ພົງ, ເລ​ຂາ​ຫນ່ວຍ​ຊາວ​ຫນຸ່ມ​ສະ​ຖານ​ທູດ​ລາວ ປະ​ຈຳ ສ.ເກົາ​ຫລີ ໄດ້​ຂຶ້ນ​​ເຜີຍ​ແຜ່​ເນື້ອ​ໃນ 4 ບຸກ (ດ້ານ​ແນວ​ຄິດ, ດ້ານ​ການ​ຝຶກ​ຝົນ​ຫລໍ່​ຫລອມ​ຮ່ຳ​ຮຽນ, ດ້ານ​ວຽກ​ງານ​ການ​ຈັດ​ຕັ້ງ ແລະ ດ້ານ​ວຽກ​ງານ​ວິ​ຊາ​ສະ​ເພາະ) ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ຊາວ​ຫນຸ່ມ ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ, ປັບປຸງ​ ແລະ ປະ​ເມີນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໃນ​ໄລ​ຍະ​ຜ່ານ​ມາ. ໂອ​ກາດນີ້, ສະ​ຫາຍ ຄຳ​ສວຍ ແກ້ວ​ດາ​ລາ​ວົງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ມາ​ຊິກ​ຊາວ​ຫນຸ່ມ ປ​ປລ ທີ່ ສ.ເກົາ​ຫລີ ທີ່ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫ້າວ​ຫັນ​ໃນ​ການ​ສຶກ​ສາ​ຮ່ຳ​ຮຽນ ແລະ ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ ເຊິ່ງ​ສະ​ແດງ​ອອກ​ໃນ​ຜົນ​ການ​ຮ່ຳ​ຮຽນ​ຂອງ​ແຕ່​ລະ​ສະ​ຫາຍ; ​ປະ​ກອບ​ສ່ວນຢ່າງ​ຫ້າວ​ຫັນ​ທັາງດ້ານ​​ເຫື່ອ​ແຮງ ແລະ ສະ​ຕິ​ປັນ​ຍາ​ເຂົ້າ​ໃນວຽກ​ງານ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ສະ​ຖານ​ທູດ ໃນ​ໂອ​ກາດ​ວັນ​ສຳ​ຄັນ​ຕ່າງໆ​ຂອງ​ຊາດ. ພ້ອມ​ດຽວ​ກັນ​ນີ້, ສະ​ມາ​ຊິກ​ຊາວ​ຫນຸ່ມ​ຍັງ​ໄດ້​​ມີ​ການປະ​ກອບ​ສ່ວນ ແລະ ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ນຳອົງ​ການ​ຈັດ​ຕັ້ງ​ຕ່າງໆຂອງ​ປະ​ເທດ​ເຈົ້າ​ພາບ, ພ້ອມ​ທັງ​ຊຸກ​ຍູ້​ໃຫ້​ບັນ​ດາ​ພາກ​ສ່ວນ​ຕ່າງໆໃຫ້ການ​ຊ່ວຍ​ເຫລືອ​ແກ່ ສ​ປ​ປ ລາວ ເຊັ່ນ: ​​ປະ​ສານ​ຂໍ​ເຄື່ອງ​ຊ່ວຍ​ເຫລືອ​ຕ່າງໆ ແລະ ລະ​ດົມ​ທີມ​ອາ​ສາ​ສະ​ຫມັກ​ໄປ​ສ້າງກິດ​ຈະ​ກຳ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ເຂດ​ທຸກ​ຍາກ ແລະ ຫ່າງ​ໄກ​ສອກຫລີກ ເປັນ​ຕົ້ນ.

          ສຳ​ລັບ​ກິດ​ຈະ​ກຳ​ກິ​ລາ​ໃນຄັ້ງ​ນີ້​ ແມ່ນ​ການ​ແຂ່ງ​ຂັນກິລາບານ​ເຕະ​ ​ແລະ ກິດຈະກຳ​ອື່ນໆຈຳ​ນວນ​ຫນຶ່ງ​ ​ໂດຍຈັດຂຶ້ນ ຢູ່ທີ່ສະຫນາມ​ກິລາມະຫາວິທະຍາ​ໄລ​ແຫ່ງ​ຊາດ​ເຊ​ອູ​ນ, ເຊິ່ງການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນແລະໄມຕີຈິດມິດຕະພາບລະ​ຫວ່າງ ສະ​ມາ​ຊິກ​ຊາວ​ຫນຸ່ມ ກໍ​ຄື​ນັກ​ສຶກ​ສາ​ເກົ່າ ແລະ ໃຫມ່. ​

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480216
ມື້ນີ້46
ມື້ວານ157
ອາທິດນີ້614
ເດືອນນີ້6447