ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໜ່ວຍງານວິຊາການລະດັບພາກພື້ນ ແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ ຄັ້ງທີ 10 ແລະ ເພື່ອນແມ່ນ້ຳຂອງຕອນລຸ່ມ

mekong USA

          ​​ໃນ​​ໄລຍະ​ວັນ​ທີ 16-17 ພະຈິກ 2017, ກະຊວງການ​ຕ່າງປະ​ເທດ ​ແຫ່​ງ ສປປ ລາວ ຮ່ວມກັບ ສະຫະລັດອາ​ເມ​ລິ​ກາ ​ໄດ້​ເປັນ​ເຈົ້າພາບ​ຮ່ວມ​ຈັດ​ກອງ​ປະຊຸມ​ໜ່ວຍ​ງານ​ວິຊາ​ການ​ລະດັບ​ພາກ​ພື້ນ​ແມ່​ນ້ຳຂອງ​ຕອນ​ລຸ່ມ-ສະຫະລັດອາ​ເມ​ລິ​ກາ ຄັ້ງ​ທີ 10 ​ແລະ ​ເພື່ອນ​ແມ່​ນ້ຳຂອງ​ຕອນ​ລຸ່ມ ຂື້ນ ທີ່ ນະຄອນຫຼວງ​ວຽງ​ຈັນ, ​​ເປັນ​ກຽດ​ກ່າວ​ເປີດ​ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ທ່ານ​ ສົງການ ຫຼວງ​ມຸນິນ​ທອນ, ຫົວໜ້າ​ກົມ​ເສດຖະກິດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ນາງ ຣິນາ ບິດ​ເຕີ, ​ເອກອັກ​ຄະລັດຖະທູດ ສະຫະລັດອາ​ເມ​ລິ​ກາ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຈາກ​ແຕ່ລະ​ປະ​ເທດ​ສະມາຊິກ. ກອງປະຊຸມ​ດັ່ງ​ກ່າວ ປະກອບມີ​ຜູ້​ເຂົ້າຮ່ວມຈາກບັນດາພາກ​ລັດ ​ແລະ ​ເອກະ​ຊົນ​ ຂອງ​ປະ​ເທດສະ​ມາ​ຊິກ​​ແມ່​ນ້ຳຂອງ ​ແລະ ສະຫະລັດອາ​ເມລິ​ກາ (ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ, ​ແລະ ສະຫະລັດອາ​ເມ​ລິ​ກາ) ​ແລະ ​ບັນດາ​ເພື່ອນ​ແມ່​ນ້ຳຂອງ​ຕອນ​ລຸ່ມ (ສາທາລະນະ​ລັດ​ເກົາ​ຫຼີ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ທະນາຄານພັດທະນາ​ອາຊີ, ທະນາຄານ​ໂລກ, ​ແລະ ກອງ​ເລຂາ​ອາ​ຊຽນ) ລວມມີ​ປະມານ 150 ທ່ານ.

          ຈຸດ​ປະສົງ​ຂອງກອງ​ປະຊຸມ​ຄັ້ງ​ນີ້ ​ແນ່​ໃສ່​ເພື່ອ​ທົບ​ທວນຄືນ​ການຈັດ​ຕັ້ງຜັນ​ຂະຫຍາຍ​ແຜນ​ປະຕິບັດ​ງານ​ປີ 2016-2020 ກໍ​ຄື ການຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນ​ວຽກ ​ແລະ ​ໂຄງການ​ຕ່າງໆ​ຂອງ​ແຕ່ລະ 6 ​ເສົາ​ຄ້ຳ​ບູລິ​ມະ​ສິດ: ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ກະສິກຳ, ການ​ເຊື່ອມ​ຈອດ, ການ​ສຶກສາ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ສິ່ງ​ແວດ​ລ້ອມ ​ແລະ ນ້ຳ, ​ແລະ ສາທາລະນະ​ສຸກ ​​ໃນ​​ໄລ​ຍະ​ຜ່ານມາ, ພ້ອມທັງ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຕ່າງໆ ທີ່​ໄດ້​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ຢ່າງ​ເປັນ​ຮູບ​ປະ​ທຳ​ຂຶ້ນ​ເທື່ອ​ລະ​ກ້າວ. ​​ນອກຈາກ​ນີ້, ກອງ​ປະຊຸມ ຍັງຈະ​​ໄດ້​ປຶກສາ​ຫາລື ກ່ຽວ​ກັບ ການ​ປັບ​ປຸງ​ເສົາ​ຄໍ້າ​ບູລິ​ມະ​ສິດ ​ເພື່ອ​ເຮັດ​ໃຫ້​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ມີ​ປະສິດທິພາບ​ຫຼາ​ຍຂຶ້ນ.

          ຄຽງ​ຄູ່​ກັບ​ກອງ​ປະຊຸມ​ຄັ້ງ​ນີ້, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 16 ພະຈິກ 2017, ຄະນະ​ຜູ້​ແທນ​ຍັງ​ໄດ້​ເຂົ້າ​ຮ່ວມ​​ພິທີ​ເປີດ​ສູນ​ຜູ່​ປະກອບ​ການ​ແມ່​ຍິງ Womens Entrepreneurial Centre (WEC) ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໂດຍການ​ສະໜັບສະໜູນ​ຈາກ​ອົງການ​ສຶກສາ​ໂລກ ທີ່​ແນ່​ໃສ່​ໃຫ້​ຜູ່​ປະກອບ​ການ​​ແມ່ຍິງ ສາມາດ​ເຂົ້າ​ເຖິງ​ການ​ຊ່ວຍ​ເຫຼືອ ​ແລະ ການ​ເຂົ້າ​ເຖິງ​ແຫຼ່ງທຶນ​ໃນ​ການ​ເຮັດ​ທຸລະ​ກິດ ​ແລະ ສ້າງ​ໃຫ້​ທຸລະ​ກິດ​ມີ​ຄວາມ​ຍຶນຍົງ ​ແລະ ທັນ​ສະ​ໄໝ, ຊຶ່ງ​ເປັນ​ໜຶ່ງ​ໃນ​ໂຄງການ​ທີ່​ສຳ​ເລັດ​ເປັນ​ຮູບ​ປະ​ທຳ ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ.

          ກອງ​ປະຊຸມ​ຄັ້ງ​​ນີ້ ​​ແມ່ນ​​ ​​ເທື່ອທີ 2 ທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບຮ່ວມ​ກັບ ສະຫະລັດອາ​ເມລິ​ກາ ນັບ​ແຕ່​ໄດ້​ມີ​ການ​ສ້າງ​ຕັ້ງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ຂຶ້ນ​ໃນ​ປີ 2009, ​ໂດຍ​ອີງ​ຕາມ​ຮອບ​ວຽນການ​ພັດ​ປ່ຽນ ຂອງ​ສະມາຊິກການ​ຮ່ວມ​ມື​ແມ່ນ້ຳຂອງ​ຕອນ​ລຸ່ມ-ສະຫະລັດອາ​ເມ​ລິ​ກາ, ຊຶ່ງ​ຄັ້ງທຳ​ອິດ ທີ່ ສປປ ລາວ ​ເປັນ​ເຈົ້າພາບ​ຮ່ວມ ​ແມ່ນ​​ໃນ​ປີ 2014.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484338
ມື້ນີ້42
ມື້ວານ273
ອາທິດນີ້776
ເດືອນນີ້3643