ໃນວັນທີ 06-08 ກັນຍາ 2017, ທ່ານ ສົງການ ຫລວງມູນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີ-ເອີຣົບ, ທີ່ ເນປີດໍ, ປະເທດ ມຽນມາ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລື ການກະກຽມທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊີ-ເອີຣົບ ຫລື ອາເຊັມ ຄັ້ງທີ 13 ທີ່ ສາທາລະນະລັດ ສະຫະພາບ ມຽນມາ ຈະເປັນເຈົ້າພາບຈັດຂຶ້ນໃນວັນທີ 20-21 ພະຈິກ 2017 ນີ້. ກອງປະຊຸມ ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ລະຫວ່າງອາຊີ-ເອີຣົບ ເປັນຕົ້ນແມ່ນການກະຕຸກຊຸກຍູ້ກົນໄກການຮ່ວມມືລະຫວ່າງສອງທະວີບໃຫ້ມີຄວາມຄ່ອງຕົວ ແລະ ເປັນຮູບປະທໍາຫລາຍຂຶ້ນ, ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມສຸດອາຊີ-ເອີຣົບຄັ້ງທີ 11 ໂດຍສະເພາະທິດທາງການເຊື່ອມຈອດທາງດ້ານເສດຖະກິດ, ດ້ານການຄ້າຜ່ານລະບົບອິນເຕີແນັດ (E-Commerce), ການລົງທຶນ, ຄົມມະນາຄົມ-ຂົນສົ່ງ ແລະ ວັດທະນະທໍາ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງຂອງການເຊື່ອມໂຍງໃນຍຸກປະຈຸບັນກໍຄືການກ້າວເຂົ້າສູ່ທົດສະວັດທີ 3 ຂອງການຮ່ວມມືອາເຊັມ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຫາລືກ່ຽວກັບຮ່າງຖະແຫລງການຂອງປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 13 ໂດຍໄດ້ເນັ້ນໜັກໃຫ້ຮ່າງຖະແຫລງການດັ່ງກ່າວ ສັ້ນ, ກະທັດຮັດ, ມີເນື້ອໃນຄົບຖ້ວນ ແລະ ກວມລວມບັນຫາຕ່າງໆທີ່ສອງທະວີບໃຫ້ຄວາມສົນໃຈຮ່ວມກັນ.
ກ່ອນໜ້າການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານລິເລີ່ມດ້ານການເຊື່ອມຈອດອາເຊັມ ຄັ້ງທີ 2 ໃນວັນທີ 06 ສິງຫາ 2017 ເພື່ອສືບຕໍ່ປຶກສາຫາລືການຄັດເລືອກປະທານຮ່ວມຈາກອາຊີ ແລະ ເອີຣົບ ຝ່າຍລະ 2 ປະເທດ ແລະ ຫາລືການກໍານົດຄໍານິຍາມດ້ານການເຊື່ອມຈອດອາຊີ-ເອີຣົບ ເພື່ອແນໃສ່ເຮັດໃຫ້ການເຊື່ອມຈອດລະຫວ່າງສອງທະວີບເປັນຮູບປະທໍາຫລາຍຂຶ້ນ. ໜ່ວຍງານດັ່ງກ່າວຖືກສ້າງຕັ້ງຂຶ້ນຢູ່ໃນກອງປະຊຸມສຸດຍອດອາເຊັມຄັ້ງທີ 11 ທີ່ ອູລານບາຕໍ, ປະເທດ ມົງໂກລີ ໃນປີ 2016.
ຂອບການຮ່ວມມື ອາຊີ-ເອີຣົບ ASEMສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດຈາກອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ (ກອງເລຂາອາຊຽນ ແລະ ສະຫະພາບເອີຣົບ). ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9.