ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດສຳພາດຂ່າວ ກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ຢູ່ ລະຫວ່າງ ແຂວງອັດຕະປື ແລະ ແຂວງຊຽງແຕງ

lc border

1. ກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນລາວ-ກຳປູເຈຍ ໄລຍະໃກ້ໆນີ້ ຢູ່ແຂວງອັດຕະປືຂອງລາວ ແລະ ແຂວງຊຽງແຕງ ຂອງກຳປູເຈຍ ຢາກໃຫ້ທ່ານຊ່ວຍຊີ້ແຈງ ອະທິບາຍວ່າເປັນແນວໃດ?

ຂໍສະແດງຄວາມຂອບໃຈຕໍ່ສື່ມວນຊົນທີ່ມີຄວາມສົນໃຈກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ໂດຍສະເພາະເມືອງສະໜາມໄຊ, ແຂວງອັດຕະປື ກັບເມືອງແສນປາງ, ແຂວງຊຽງແຕງ ບໍລິເວນຊາຍແດນທີ່ຄົງຄ້າງ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ກ່ອນອື່ນຂ້າພະເຈົ້າ ຂໍແຈ້ງໃຫ້ສື່ມວນຊົນຊາບວ່າ ລາວ ແລະ ກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດ 535 ກິໂລແມັດ, ເບື້ອງລາວມີແຂວງຈຳປາສັກ ແລະ ອັດຕະປື, ເບື້ອງກຳປູເຈຍມີແຂວງເພຣຍວິເຮຍ, ແຂວງຊຽງແຕງ ແລະ ລັດຕະນະຄີຣີ. ໃນປີ 1995 ລັດຖະບານທັງສອງປະເທດໄດ້ຕົກລົງກັນໃຫ້ມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍໄດ້ຕົກລົງຮັບຮອງ ເອົາ 4 ຫຼັກການ ເພື່ອເປັນພື້ນຖານໃຫ້ແກ່ການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນດັ່ງນີ້:

  1. ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ເມື່ອຄາວຫົວເມືອງຂຶ້ນປະໄວ້ ໂດຍອີງຕາມແຜນທີ່1/100 000 ແລະ ແຜນທີ່ອື່ນໆ ທີ່ກ່ຽວຂ້ອງພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ.
  2. ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ.
  3. ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງ ທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ.
  4. ບົນພື້ນຖານຂອງຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ເປັນເອກະພາບຢ່າງສົມບູນ.

ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດມີຄວາມຈະແຈ້ງ ແລະ ຊັດເຈນຕະຫຼອດການ, ເພື່ອເປັນມູນມໍລະດົກຕົກທອດໃຫ້ແກ່ອານຸຊົນລຸ້ນຫຼັງໃຫ້ສືບທອດກັນຕໍ່ໄປ, ໃນປີ 2000 ເປັນຕົ້ນມາ ສອງຝ່າຍໄດ້ຮ່ວມກັນສໍາຫຼວດທິດເນັ່ງເສັ້ນຊາຍແດນສຳເລັດ ປະມານ 87 % ຂອງລວງຍາວເສັ້ນຊາຍແດນທັງໝົດ ແລະ ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈຳນວນ 121 ຫຼັກໝາຍ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວພວກເຮົາຍັງມີຈຸດຄົງຄ້າງຈຳນວນນຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປຶກສາຫາລື ເພື່ອແກ້ໄຂຮ່ວມກັນ ລວມທັງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ມີສະພາບພົ້ນເດັ່ນໃນປະຈຸບັນ, ບໍລິເວນດັ່ງກ່າວນີ້ສອງຝ່າຍຍັງບໍ່ໄດ້ສຳຫຼວດ ແລະ ກຳນົດທິດເນັ່ງເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນເທື່ອຍ້ອນວ່າສອງຝ່າຍມີທັດສະນະທີ່ແຕກຕ່າງກັນກ່ຽວກັບພື້ນຖານທີ່ເປັນບ່ອນອີງໃນການຂີດເສັ້ນຊາຍແດນ, ບໍລິເວນນີ້ການນຳຂັ້ນສູງຂອງສອງປະເທດຈຶ່ງໄດ້ຕົກລົງເປັນເອກະພາບກັນວ່າ ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆໂດຍຝ່າຍໃດຝ່າຍນຶ່ງ ແລະ ໃຫ້ຮັກສາບໍລິເວນນີ້ໃຫ້ຢູ່ໃນສະພາບເດີມ ຈົນກວ່າທັງສອງຝ່າຍຈະຕົກລົງກຳນົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນສຳເລັດກ່ອນ.

2. ສອງຝ່າຍໄດ້ກຳນົດມາດຕະການ ແລະ ວິທີການແກ້ໄຂບັນຫາທີ່ເກີດຂຶ້ນໃນບໍລິເວນນີ້ຄືແນວໃດ?

  1. ໃນວັນທີ 12 ສິງຫາ 2017 ສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດທີ່ກຳລັງເຄັ່ງຮ້ອນ. ໃນໂອກາດນີ້, ສົມເດັດຮຸນເຊນ ໄດ້ພົບປະສອງຝ່າຍ ກັບພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍສອງຝ່າຍໄດ້ປຶກສາຫາລື ກ່ຽວກັບແນວທາງການແກ້ໄຂບັນຫາຊາຍແດນລະຫວ່າງແຂວງອັດຕະປື, ສປປ ລາວ ແລະ ແຂວງຊຽງແຕງ, ຣາຊະອານາຈັກກຳປູເຈຍ ຢ່າງກົງໄປກົງມາ ຖານມິດຕະພາບ, ບ້ານພີ່ເມືອງນ້ອງ ທີ່ມີມູນເຊື້ອການພົວພັນທີ່ດີມາແຕ່ດົນນານ. ພາຍຫຼັງສຳເລັດການພົບປະສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ໄດ້ຖະແຫຼງການຮ່ວມຕໍ່ສື່ມວນຊົນ ກ່ຽວກັບຜົນການປຶກສາຫາລືຮ່ວມກັນ ຊຶ່ງສອງຝ່າຍເຫັນດີຖອນກຳລັງທະຫານທີ່ບໍ່ທັນຖອນທັງໝົດ ຈາກບໍລິເວນຊາຍແດນທີ່ຍັງຄົງຄ້າງ ໃຫ້ກັບຄືນກົມກອງ ແລະ ທີ່ຕັ້ງເດີມບໍ່ໃຫ້ກາຍຕອນເຊົ້າຂອງວັນທີ 13 ສິງຫາ 2017, ພາຍຫຼັງທີ່ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດນັ້ນ ແລະ ເຫັນດີຖອນກອງກຳລັງທະຫານທີ່ໄປສະສົມໄວ້ໃນເຂດນັ້ນກັບຄືນກົມກອງເພື່ອເຮັດໃຫ້ສະຖານະການຄວາມເຄັ່ງຕຶງກ້າວເຂົ້າສູ່ຄວາມເປັນປົກກະຕິເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ຈະບໍ່ໃຫ້ເກີດເຫດການທີ່ບໍ່ເພິ່ງປາຖະໜາ.
  2. ສອງຝ່າຍເຫັນດີເປັນເອກະພາບມອບໃຫ້ກະຊວງການຕ່າງປະເທດກໍຄືຄະນະກຳມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກຳປູເຈຍ-ລາວ ສືບຕໍ່ພົບປະປຶກສາຫາລື ແລະ ເຈລະຈາແກ້ໄຂຈຸດຊາຍແດນທີ່ຍັງຄົງຄ້າງ ແລະ ໃຫ້ປັກຫຼັກໝາຍຮ່ວມກັນໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້, ໂດຍອີງໃສ່ຜົນສຳເລັດທີ່ຜ່ານມາ ແລະ ອີງຕາມເອກະສານ ແລະ ຫຼັກຖານທີ່ກ່ຽວຂ້ອງທີ່ສອງຝ່າຍໄດ້ຮັບຮອງເອົາຮ່ວມກັນແລ້ວ, ລວມທັງສັນຍາ ແລະ ແຜນທີ່ຂອງສອງປະເທດທີ່ມີໃນປະຈຸບັນເປັນພື້ນຖານໃນການປຶກສາຫາລືໃນຂັ້ນຕໍ່ໄປ.
  3. ສອງຝ່າຍໄດ້ຕົກລົງເຫັນດີຈະສືບຕໍ່ສ້າງເງື່ອນໄຂໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນຢ່າງເປັນປົກກະຕິເພື່ອຮ່ວມກັນແກ້ໄຂບັນຫາລະຫວ່າງສອງປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480419
ມື້ນີ້77
ມື້ວານ172
ອາທິດນີ້817
ເດືອນນີ້6650