ວັນທີ 30 ກໍລະກົດ 2017 ນີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ທ່ານ ບຸນສີ ວົງບົວສີ, ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳຂອນແກ່ນ ພ້ອມດ້ວຍພະນັກງານສະຖານທູດ ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີເປີດປ້າຍສ້າງຕັ້ງສະມາຄົມລາວວຽງແຫ່ງປະເທດໄທ ທີ່ບ້ານໜອງຄວາຍໂຊ, ອຳເພີ ໜອງແຊງ, ຈັງຫວັດສະຫລະບູລີ; ມີທ່ານ ບັນດິດ ທິວາຮັກ, ຜູ້ວ່າຈັງຫວັດສະຫລະບູລີ, ນາຍອຳເພີໜອງແຊງ, ດຣ ວິໄນ ພັນທຸຮັກ, ປະທານສະມາຄົມລາວວຽງແຫ່ງປະເທດໄທ ພ້ອມດ້ວຍ ຊາວໄທເຊື້ອສາຍລາວວຽງຈາກຈັງຫວັດໃກ້ຄຽງຂອງະເທດໄທ ເຂົ້າຮ່ວມ ຫລາຍກວ່າ 200 ກວ່າຄົນ.
ໃນໂອກາດກ່າວຄໍາປາໄສໃນພິທີເປີດເປີດປ້າຍດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ແລະ ທ່ານ ບັນດິດ ທິວາຮັກ, ຜູ້ວ່າຣາຊະການ ຈັງຫວັດສະຫລະບູລີ ຕ່າງຜັດປ່ຽນກັນຂຶ້ນ ກ່າວສະແດງຄວາມຍໍ້ຍ້ອງຊົມເຊີຍ ພີ່ນ້ອງຊາວໄທເຊື້ອສາຍລາວວຽງ ໃນຄວາມພະຍາຍາມບາກບັ່ນເພື່ອສ້າງຄັ້ງສະມາຄົມດັ່ງກ່າວນີ້ ຂຶ້ນເຊິ່ງເປັນແຫ່ງທຳອິດໃນປະເທດໄທ ເພື່ອເປັນການເຕົ້າໂຮມ ຄວາມສາມັກຄີຂອງຊາວໄທ ເຊື້ອສາຍລາວວຽງ ທີ່ມີຢູ່ນັ້ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ. ທ່ານທັງສອງກ່າວວ່າ ສະມະຄົມລາວວຽງແຫ່ງນີ້ ເປັນສັນຍາລັກໜື່ງແຫ່ງຄວາມສຳພັນ ແລະ ຜູກພັນເປັນເວລາຍາວນານຂອງປະຊາຊົນສອງຊາດ ລາວ-ໄທ ເປັນຕົ້ນແມ່ນຊາວລາວວຽງ ເຊິ່ງພວກເຮົາເຫັນກັນ ໃນທຸກມື້ນີ້ ມີຫລາຍສິ່ງຫລາຍຢ່າງທີ່ມີເອກກະລັກທີ່ຄ້າຍຄືກັນທີ່ສຸດ, ມີຂະໜົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳ, ສາດສະໜາ ແລະ ມີພາສາປາກເວົ້າທີ່ຄ້າຍຄືກັນ. ການສ້າງຕັ້ງສະມາຄົມແຫ່ງນີ້ ແມ່ນສ່ວນໜື່ງໃນການປະກອບສ່ວນເພື່ອເສີມຂະຫຍາຍສາຍພົວພັນ ຖານບ້ານພີ່ເມືອງນ້ອງ ແລະ ການຮ່ວມມືທີ່ດີຕໍ່ກັນ ລະຫວ່າງສອງປະເທດ ໃຫ້ມີການພັດທະນາ ແລະ ເຕີບໃຫ່ຍຢ່າງຕໍ່ເນື່ອງ, ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນອີກດ້ວຍ.
ທ່ານ ຫລີ ບຸນຄ້ຳ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງພີນ້ອງລາວວຽງ ຈັງຫວັດສະຫລະບູລີ ໂດຍສະເພາະ ທ່ານ ຜູ້ວ່າຣາຊະການຈັງຫວັດ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍຕໍ່ການສ້າງຕັ້ງສະມາຄົມດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີ ຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາຂອງຊາວລາວວຽງ ຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ຂໍຮຽກຮ້ອງຈົ່ງພ້ອມກັນ ສືບຕໍ່ປົກປັກຮັກສາການພົວພັນອັນດີງາມລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະລະຫວ່າງພີ່ນ້ອງລາວວຽງຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.
ໃນໂອກາດເຂົ້າຮ່ວມໃນງານຄັ້ງນີ້ ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະ ຊາວລາວວຽງທີ່ມາຮ່ວມໃນງານຍັງໄດ້ເຂົ້າຮ່ວມປູກເຂົ້າແບບບູຮານ, ຢ້ຽມຊົມຫໍພິພິທະພັນ ຂອງຊຸມຊົນຊາວລາວວຽງ ແລະ ຮັບປະທານອາຫານທ່ຽງກັນຢ່າງສະໜິດສະໜົມອີກດ້ວຍ.