ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີໂຮມຊຸມນຸມສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ທີ່ ນະຄອນດານັງ

 

Danang

 

ພິທີໂຮມ​ຊຸມນຸມ ​ເພື່ອສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດຄົບຮອບ 55 ປີ​ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ລາວ-ຫວຽດນາມ ຄົບຮອບ 40 ປີ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍລະກົດ 2017, ທີ່​ນະຄອນ​ດາ​ນັງ;

​ຝ່າຍຫວຽດນາມ ​ມີ ສະຫາຍ ຫງວຽນ ຊວນ ​ແອ​ງ, ​ກໍາມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ,​ ປະທານ​ສະພາ​ປະຊາຊົນ​ນະຄອນ​ດາ​ນັງ, ສະຫາຍ ຮີ່ນ ດຶກ ​ເທີ, ປະທານ​ຄະນະ​ກໍາມະການ​ປະຊາຊົນ​ນະຄອນ​ດາ​ນັງ; ສະຫາຍ ດັ່ງ ທິ ກິມ ລຽນ, ປະທານແນວ​ໂຮມ​ແຫ່ງ​ຊາດຫວຽດນາມນະຄອນດານັງ,​ ​ອາ​ດີດ​ທະຫານ​ອາສາ​ສະໝັກ​ຫວຽດນາມ ແລະ​ ການ​ນໍາ​ຂອງຂະ​ແໜງ​ການຕ່າງໆ. ຝ່າຍ​ລາວ ມີ ສະຫາຍ ຄໍາ​ແສນ ພົມມະ​ແສງ, ​ກົງສຸນ​ໃຫຍ່ລາວ ທີ່ ນະຄອນ​ດາ​ນັງ ພ້ອມດ້ວຍ​ພະນັກງານ ​ແລະ ນັກ​ສຶກສາລາວ; ນອກ​ຈາກນັ້ນຍັງມີ ກົງສຸນ​ໃຫຍ່​ ສະຫະພັນ ຮັດ​ເຊຍ,​ ສປ ຈີນ,​ ກົງສຸນ​ກິ​ຕິ​ມະ​ສັກ​ ແອັດສະ​ປາຍ ທີ່ ນະຄອນ​ດາ​ນັງ ລວມທັງ​ໝົດຫຼາຍກວ່າ 500 ຄົນ. ​ໃນ​ພິທີ​ ສະຫາຍ ຫງວຽນ ຊວນ ​ແອ​ງ ແລະ ສະຫາຍ ຄໍາ​ແສນ ພົມມະ​ແສງ ແລະ ສະຫາຍ ຟຸ່ງ ເຕິນ ຫວຽດ, ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ-ລາວ ໄດ້​ຜັດປ່ຽນ​ກັນຂຶ້ນ​ກ່າວ​ຄໍາ​ປາ​ໄສ​ ໂດຍໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືຂອງນະຄອນດານັງ ກັບບັນດາແຂວງພາກກາງ, ພາກໃຕ້ຂອງລາວ; ພ້ອມກັນນັ້ນ ຢືນຢັນຈະສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ສຶກສາອົບຮົບ ເຜີຍແຜ່ໃຫ້ພະນັກງານ, ນົກຮົບ, ປະຊາຊົນ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈຖືກຕ້ອງຕໍ່ສາຍພົວພັນດັ່ງກ່າວ. ໃນ​ພິທີ ຕາງໜ້າຊາວໜຸ່ມ​ນັກ​ສຶກສາລາ​ວ ​ແລະ ຕາງໜ້າຊາວໜຸ່ມນັກສຶກສາຫວຽດນາມ ຂຶ້ນ​ກ່າວ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ພັກ ແລະ ລັດຖະບານ ສອງປະເທດ ລາວ-ຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່​ເພີ່ມພູນຄູນສ້າງ ທະນຸທະນອມ ສາຍພົວພັນພິເສດ ລາວ-ຫວຽດນາມ ແລະ ອອກ​​ແຮງສຶກສາຮໍ່າຮຽນ​, ໃຫ້ສົມ​ດັ່ງ​ຄວາມ​ມຸ້ງ​ມາດ​ປາຖະ​ນາ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊົນ​ສອງ​ຊາດ. ພິທີ​ໂຮມ​ຊຸມນຸມ ໄດ້ຈັດຂຶ້ນ ແລະ ດໍາເນີນຢ່າງຍິ່ງໃຫຍ່ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ມີບັນຍາກາດອັນຄຶກຄື້ນເຕັມໄປດ້ວຍຄວາມສາມັກຄີເບີກບານ ແລະ ສຳເລັດຜົນຢ່າງຈົບງາມ. ພ້ອມກັນນັ້ນ, ຕາມ​​​ຖະໜົນ​, ສະຖານທີ່​ສໍາຄັນຕ່າງໆຂອງ​ນະຄອນ​ດາ​ນັງ ກໍໄດ້​ຕິດ​ປ້າຍ​ຄໍາ​ຂວັນ​ໂຄສະນາ​ເຜີຍ​​ແຜ່​ ​ປີ​ສາມັກຄີ​ມິດຕະພາບ​ ລາວ-ຫວຽດນາມ 2017 ຢ່າງ​ກວ້າງຂວາງ.

ນອກຈາກນັ້ນ, ສະຖານກົງສຸນໃຫຍ່ ພ້ອມພະນັກງານ ໄດ້ຕ້ອນຮັບການມາ​ອວຍພອນ​ຂອງຄະນະພັກ, ອໍານາດການປົກຄອງ ແລະ ຂະແໜງການຕ່າງໆ ນະຄອນດານັງ; ​ ໃນ​ວັນ​ດຽວ​ກັນ,​ ທ່ານ​ກົງສຸນ​ໃຫຍ່ ​ກໍໄດ້​ໃຫ້​​ສໍາພາດຕໍ່​ນັກ​ຂ່າວ​ວິທະຍຸ-​ໂທລະພາບ​ດາ​ນັງ ກ່ຽວກັບ ຄວາມໝາຍສໍາຂອງສອງວັນ​ປະຫວັດສາດ ​ລາວ-ຫວຽດນາມ. ໃນໂອກາດດັ່ງກ່າວ ກໍໄດ້​ຈັດ​ງານ​ລ້ຽງ​ພົບສ້າງສັນ ເພື່ອຂໍ່ານັບຮັບຕ້ອນ​​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ​ ໂດຍ​ການ​​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ​ໂຮ່ ກີ ມິນ,​ ຮອງ​ປະທານ​ຄະນະ​ກໍາມະການ​ປະຊາຊົນ​ດາ​ນັງ; ສະຫາຍ ຟຸ່ງ ​ເຕີນ ຫວຽດ ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ-ລາວ ນະຄອນ​ດາ​ນັງ,​ ​ທະຫານ, ​ຕໍາຫຼວດ, ພະ​ແນ​ກການ​ຕ່າງປະ​ເທດແຂວງ​ອ້ອມ​ຂ້າງ​ຈໍານວນ​ໜຶ່ງ ແລະ ​ນັກ​ສຶກສາລາວ ລວມທັງ​ໝົດ 100 ຄົນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485755
ມື້ນີ້54
ມື້ວານ206
ອາທິດນີ້791
ເດືອນນີ້5060