ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ແລະ ຫວຽດນາມ ທີ່ ເຊອູນ ສະເຫລີມສະຫລອງສອງວັນປະຫວັດສາດ ລາວ-ຫວຽດນາມ

KoreanLV1

 

KoreanLV2

 

 

ໃນວັນທີ 15 ກໍລະກົດ, ທີ່ ເຊອູນ, ສ.ເກົາຫລີ, ໂດຍການສົມທົບກັນ ລະຫວ່າງ ສະຖານເອກອັກຄະລັດຖະທູດລາວ ແລະ ຫວຽດນາມ ປະຈຳ ສ.ເກົາຫລີ ໄດ້ຈັດຕັ້ງພິທີສະເຫລິມສະຫລອງສອງວັນປະຫວັດສາດ ການພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ, ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18 ກໍລະກົດ 1977) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (05 ກັນຍາ 1962), ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດລາວ ພ້ອມດ້ວຍພັນລະຍາ ແລະ ທ່ານ ຫວງຽນ ວູ ຕູ (NGUYEN Vu Tu), ເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພັນລະຍາ, ມີບັນດາພະນັກງານຂອງສະຖານທູດ, ພະນັກງານການບິນລາວ ປະຈຳ ເຊອູນ ແລະ ນັກສຶກສາລາວ ຈຳນວນໜຶ່ງ ທີ່ ສ.ເກົາຫລີ ເຂົ້າຮ່ວມທັງຫມົດ 50 ກວ່າຄົນ.

 

ໃນພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ແລະ ຫວຽດນາມ ໄດ້ຜັດປ່ຽນກັນກ່າວຄຳປາໄສ ເພື່ອລະນຶກເຖິງພາລະກຳ ແລະ ມູນເຊື້ອປະຫວັດສາດແຫ່ງການພົວພັນ, ການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າຍາມຕໍ່ສູ້ເພື່ອເອກະລາດແຫ່ງຊາດ ກໍຄືໃນຍາມສ້າງສາພັດທະນາປະເທດຊາດ, ຍາມໃດສອງຊາດລາວ-ຫວຽດນາມ ກໍໄດ້ຢືນຄຽງບ່າຄຽງໄຫລ່ ຮ່ວມສຸກຮ່ວມທຸກໃນພາລະກິດປະຕິວັດ ທີ່ບັນພະບູລຸດຂອງທັງສອງປະເທດ ໄດ້ສ້າງໄວ້ໃຫ້ຄົນລຸ້ນໃຫມ່ ໄດ້ສືບທອດຕໍ່ໄປ. ທ່ານທູດທັງສອງ ໄດ້ຢືນຢັນເຖິງການສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນທຸກດ້ານຂອງສະຖານທູດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ນອກຈາກນີ້, ເພື່ອເຮັດໃຫ້ການສະເຫລີມສະຫລອງມີບັນຍາກາດ ທັງສອງສະຖານທູດ ຍັງໄດ້ຈັດຕັ້ງແຂ່ງຂັນໂບລິ້ງມິດຕະພາບ ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນ ແລະ ສະໜິດສະໜົມ.

 

ນອກຈາກກິດຈະກຳໃນຄັ້ງນີ້ແລ້ວ, ທັງສອງສະຖານທູດ ຍັງຈະໄດ້ຮ່ວມກັນຈັດຕັ້ງກິດຈະກຳຮ່ວມກັນອີກໃນຕໍ່ໜ້າ ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ຄວາມໃກ້ຊິດຕິດແທດ ແລະ ການພົວພັນ ລະຫວ່າງ ພະນັກງານຂອງທັງສອງສະຖານທູດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485818
ມື້ນີ້117
ມື້ວານ206
ອາທິດນີ້854
ເດືອນນີ້5123