ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ລາວ ແລະ ຫວຽດນາມ ປະຈຳບຣູໄນ ຈັດງານປີສາມັກຄີມິດຕະພາບ ລາວ-ຫວຽດນາມ

lao viet in Brunei

   ໃນ​ວັນ​ທີ 16 ກໍລະກົດ 2017, ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ​ບຣູ​ໄນ ດາ​ຣູຊາລາມ​ ຮ່ວມ​ກັບ ສະຖານ​ເອກ​ອັກຄະ​ລັດຖະທູດ ສສ.ຫວຽດນາມ​​ ຈັດ​ງານ​ພົບ​ປະ​ສັງ​ສັນ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຢູ່​ສຳນັກງານ​ສະຖານທູດ​ລາວ ​ໂດຍ​ມີບັນດາ​ພະນັກງານ​ການ​ທູດ​ຈາກ​ສອງ​ສະຖານທູດ​ເຂົ້າ​ຮ່ວມ​. ການ​ພົບ​ປະ​ສັງ​ສັນ​ດັ່ງກ່າວ, ​ປະກອບ​ມີ​ກິດ​ຈະ​ກຳຫລີ້ນ​ກິລາ​ດອກ​ປີກ​ໄກ່, ຕີ​ບູນ, ຕີ​ປິ່ງປ່ອງ.

    ທ່ານ ອຳ​ໄພ ກິນ​ດາ​ວົງ, ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ​ແລະ​ ທ່ານ ​Đ ANH TUN, ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ​ ໄດ້​ຜັນ​ປ່ຽນ​ກັນ ຂຶ້ນ​ກ່າວ​ຄຳ​ເຫັນ ​ແລະ ​ເນັ້ນ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ ​ຂອງ​ຄວາມ​ເປັນ​ມາ​ຂອງ 2 ວັນ​ປະຫວັດສາດ ລາວ​-ຫວຽດນາມ, ຫວຽດນາມ-ລາວ ​ຄົບຮອບ 40 ປີ​ແຫ່ງວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື (18/7/1977-18/7/2017) ​ແລະ 55 ປີ ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ (5/9/1962-5/9/2017), ​ໂດຍ​ຍົກ​ໃຫ້​ເຫັນ​ເຖິງສອງປະ​ເທດ​ລາວ ​ແລະ ຫວຽດນາມ​ ໄດ້​ມີ​ການ​ຮ່ວມ​ມື​ຄຽງ​ບ່າ​ຄຽງ​ໄຫລ່​ກັນ​ທີ່​ຕໍ່ສູ້​ທີ່​ຍືດ​ເຍື້ອຍາວ​ນານ ​ເພື່ອ​ຄວາມ​ເປັນ​ເອ​ກະລາດແຫ່ງຊາດ, ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ແລະ ສົ່ງ​ຄຳ​ອວຍພອນ​ເຖິງ​ຜູ້ນຳ​ພັກ-ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ລາວ-ຫວຽດນາມ ​ໃຫ້ການ​ສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ​ດັ່ງກ່າວ ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ແຫ່ງຄວາມ​ສາມັກຄີມິດຕະພາບ​ພິ​ເສດ​ທີ່​ມີ​ຄວາມ​ເປັນ​ປຶກ​ແຜ່ນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ທີ່​ດີ.

   ງານ​ພົບ​ປະ​ສັງ​ສັນ​ປີ​ສາມັກຄີ​ມິດຕະພາບ​ລາວ-​ຫວຽດນາມ, ຫວຽດນາມ-ລາວ ​ໄດ້​ຈົບ​ລົງ​ດ້ວຍ​ບັນຍາກາດ​ທີ່​ຟົດ​ຟື້ນສະໜິດສະໜົມ ​ແລະ​ ເປັນ​ເພື່ອນ​ມິດ​ສະຫາຍ​ອ້າຍ​ນ້ອງ​ຮ່ວມ​ກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480383
ມື້ນີ້41
ມື້ວານ172
ອາທິດນີ້781
ເດືອນນີ້6614