ໃນຕອນແລງຂອງວັນທີ່ 28 ເມສາຜ່ານມານີ້, ສາມອົງການຈັດຕັ້ງມະຫາຊົນຂອງສະຖານທູດລາວທີ່ບາງກອກ, ປະເທດໄທໄດ້ຈັດໃຫ້ມີຂະບວນການອອກແຮງງານລວມເພື່ອຄຳນັບຮັບຕ້ອນວັນກຳມະກອນສາກົນຄົບຮອບ 131 ປີ (1/5/1886-1/5/2017).
ໃນໂອກາດນີ້ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດ ໄດ້ໃຫ້ກຽດ ເລົ່າຄືນປະຫວັດຄວາມເປັນມາໂດຍຫຍໍ້ ຂອງວັນກຳມະກອນ 1 ພຶດສະພາ ໂດຍທ່ານ ກ່າວວ່າ ພັກ ແລະ ລັດ ຍາມໃດກໍ່ຢຶດໝັ້ນນ້ຳໃຈລັດທິສາກົນກຳມະຊີບ ໂດຍຖືເອົາ ຊົນຊັ້ນກຳມະກອນ ເປັນແກນກາງໃນການພັດທະນາປະເທດຊາດ ດັ່ງນັ້ນພວກເຮົາຈຶ່ງພ້ອມກັນ ເຫັນຄຸນຄ່າຂອງແຮງງານກຳມະກອນ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ. ນອກນີ້ ທ່ານຍັງຮຽກຮ້ອງມາຍັງສະມາຊິກກຳມະ ບານທັງໝົດໃນສະຖານ ທູດຈົ່ງສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນກຳລັງແຮງງານ ທີ່ມີລະບຽບວິໃນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ.
ທ່ານບຸນໄຊ ຈັນເສນາ, ຄະນະພັກສະຖານທູດ, ຜູ້ຊີ້ນຳສາມອົງການຈັດຕຈັງມະຫາຊົນທັງເປັນຫົວໜ້າຂະບວນການອອກແຮງງານໄດ້ກ່າວວ່າ: ການອອກແຮງງານຄັ້ງນີ້ແມ່ນສ່ວນໜື່ງຂອງກິດຈະກຳຂອງອ້າຍນ້ອງພະນັກງານໃນສະຖານທູດເພື່ອຕ້ອນຮັບພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 131 ປີ ທີ່ຈະໝູນວຽນມາເຖິງໃນວັນທີ 1 ພືດສາ 2017 ນີ້ ເຊິ່ງແຕ່ລະປີພວກເຮົາກໍ່ມີການອອກແຮງງານກ່ອນຮອດວັນສຳຄັນຕ່າງໆ ຂອງຊາດເພື່ອປຸກລະດົມນ້ຳໃຈຮັກຊາດຂອງອ້າຍນ້ອງພະນັກງານໃຫ້ຟົດຟື້ນຂື້ນກວ່າເກົ່າ.
ການອອກແຮງງານແມ່ນປະກອບມີໜ້າວຽກຄື: ອານາໄມອ້ອມຮອບສະຖານທູດ, ເກັບມ້ຽນວັດຖຸເກົ່າແກ່ທີ່ເປເພແລະເກັບມ້ຽນຂີ້ເຫຍືອ. ການອອກແຮງງານແມ່ນມີອ້າຍນ້ອງພາຍໃນສະຖານທູດທັງໝົດປະກອບສ່ວນຢ່າງຟົດຟື້ນ. ນອກຈາກນີ້ຍັງມີຂະບວນການແຂ່ງຂັນກິລາອີກຈຳນວນໜື່ງ ເຊັ່ນຕີບູນ ແລະ ການແຂ່ງຂັນຕີດອກປີກໄກ່.