ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ໃຫ້ສັດຕະຍາບັນສົນທິສັນຍາຕ້ານການຄ້າມະນຸດອາຊຽນ

          ໃນວັນທີ 21 ເມສາ 2017 ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຕົກລົງໃຫ້ສັດຕະຍາບັນສົນທິສັນຍາອາຊຽນ ວ່າດ້ວຍ ການຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ASEAN Convention Against Trafficking in Persons, Especially Women and Children). ສົນທິສັນຍາສະບັບນີ້ ໄດ້ຮັບການລົງນາມໂດຍຜູ້ນຳອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ເດືອນພະຈິກ 2015 ທີ່ ກົວລາລຳເປີ, ປະເທດມາເລເຊຍ. ປະຈຸບັນ ມີ 7 ປະເທດສະມາຊິກອາຊຽນໄດ້ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້ ລວມທັງ ສປປ ລາວ.

ສົນທິສັນຍາ ມີຈຸດປະສົງແມ່ນເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດອາຊຽນ ໃນການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃຫ້ມີປະສິດທິຜົນ, ຮັບປະກັນການລົງໂທດຕໍ່ຜູ້ກະທໍາຜິດຖານການຄ້າມະນຸດ, ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍຄຳນຶງເຖິງສິດທິມະນຸດຂອງພວກເຂົາເຈົ້າ, ສົ່ງເສີມການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນໃນການຊ່ວຍເຫຼືອກັນທາງດ້ານຍຸຕິທຳ, ການສົ່ງຜູ້ຮ້າຍຂ້າມແດນ, ການດຳເນີນຄະດີຕໍ່ການຄ້າມະນຸດ ໂດຍຜ່ານການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາ ແລະແຜນປະຕິບັດງານອາຊຽນ ວ່າດ້ວຍ ການຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ASEAN Plan of Action against Trafficking in  Persons, Especially Women and Children ຫຼື APA).

ສປປ ລາວ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນວຽກງານການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເປັນຕົ້ນແມ່ນການສ້າງຕັ້ງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ເຊິ່ງມີກອງເລຂາຢູ່ກະຊວງປ້ອງກັນຄວາມສະຫງົບ, ມີສັນຍາຮ່ວມມືໃນລະດັບສອງຝ່າຍກັບ ສສ ຫວຽດນາມ, ສປ ຈີນ ແລະ ໄທ, ມີການຮ່ວມມືໃນລະດັບອະນຸພາກພື້ນລຸ່ມແມ່ນໍ້າຂອງ, ຮ່ວມມືໃນລະດັບອາຊຽນ, ພາກພື້ນ ແລະ ສາກົນ. ສປປ ລາວ ມີນິຕິກຳພາຍໃນ ໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການຕ້ານການຟອກເງິນ, ການສະໜອງເງິນທຶນໃຫ້ແກ່ການກໍ່ການຮ້າຍ. ລັດຖະບານລາວ  ໄດ້ຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຕ່ປີ 2017-2020 ໃນກາງເດືອນເມສາ ທີ່ຜ່ານມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484694
ມື້ນີ້5
ມື້ວານ205
ອາທິດນີ້1132
ເດືອນນີ້3999