ໃນວັນທີ 08 ເມສາ 2017, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ ນະຄອນດານັງ ຮ່ວມກັບ ສະມາຄົມມິດຕະພາບຫວຽດນາມ-ລາວນະຄອນດານັງ ແລະ ສະຫະພັນແມ່ຍິງນະຄອນດານັງ ຈັດສະຫຼອງປີໃໝ່ລາວ ພ.ສ 2560. ໃນນີ້ ມີລາຍການແລກປ່ຽນວັດທະນະທໍາອາຫານລາວ-ຫວຽດນາມ.
ການຈັດຕັ້ງສະຫຼອງປີໃໝ່ ກໍໄດ້ເປັນໜຶ່ງໃນການເຄື່ອນໃຫວ ເພື່ອຂໍ່າຮັບຕ້ອນສອງວັນປະຫວັດສາດ ທີ່ມີຄວາມໝາຍສໍາຄັນສໍາລັບ ລາວ-ຫວຽດນາມ ນັ້ນແມ່ນ 40 ປີ (18/07/1977-18/07/2017) ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ແລະ 55 ປີ (05/09/1962-05/09/2017) ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ. ພ້ອມກັນນັ້ນ ຍັງເປັນການສະແດງໃຫ້ການຈັດຕັ້ງພັກ-ລັດ, ປະຊາຊົນນະຄອນດານັງ ແລະ ບັນດາແຂວງພາກກາງຫວຽດນາມຮູ້ຈັກວັດທະນະທໍາ, ອາຫານ, ສິນລະປະ ແລະ ຮີດຄອງປະເພນີປີ ໃໝ່ລາວ, ຊຶ່ງໃນນັ້ນ ແມ່ນເຍື່ອງອາຫານ, ບົດຟ້ອນ, ບົດເພັງ, ພິທີກໍາທາງສາດສະໜາ ທີ່ເປັນເອກະລັກຂອງລາວເຮົາຫຼາຍຂຶ້ນກວ່າເກົ່າ. ເຂົ້າຮ່ວມໃນງານຄັ້ງນີ້ ມີການນໍານະຄອນດານັງ, ການນໍາບັນດາແຂວງພາກກາງຫວຽດນາມ, ກົງສຸນໃຫຍ່ສະຫະພັນລັດເຊຍ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ຮ່າໂນ້ຍ, ນັກສຶກສາລາວ ແລະ ແຂກຮັບເຊີນ ລວມປະມານ 1000 ຄົນ ແລະ ມີໂຕະອາຫານຈາກພາກສ່ວນຕ່າງໆ ເຂົ້າຮ່ວມທັງໝົດ 30 ໂຕະ, ຊຶ່ງມີລາຍການອາຫານຫຼາຍເຍື່ອງ. ງານດັ່ງກ່າວດໍາເນີນໄປດ້ວຍບັນຍາກາດອົບອຸ່ນແຫ່ງໄມຕີຈິດມິດຕະພາບ, ເບີກບານມ່ວນຊື່ນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.