ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດຍີ່ປຸ່ນ

JP

 

ໃນວັນທີ 11 ເມສາ 2017, ທ່ານ ວິໂຣດ ສຸນດາຣາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຈັກກະພັດ ອາກີຮິໂຕະ (Akihito) ແຫ່ງ ປະເທດຍີ່ປຸ່ນ, ທີ່ ສໍານັກພະລາດຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ, ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ເຈົ້າໜ້າທີ່ຂອງສຳນັກພະລາດຊະວັງ ແລະ ພະນັກງານການທູດຈາກສະຖານທູດລາວ ທີ່ ໂຕກຽວ.

 

ພາຍຫລັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ເຈົ້າຈັກກະພັດ ອາກີຮິໂຕະ ໄດ້ພົບປະໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ໃນບັນຍາກາດແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມ, ໂດຍເຈົ້າຈັກກະພັດ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງຂອງ ທ່ານເອກອັກຄະລັດຖະທູດລາວ ປະຈຳ ປະເທດ ຍີ່ປຸ່ນ ໃນຄັ້ງນີ້ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຈະນັບມື້ນັບຈະເລີນງອກງາມຍິ່ງຂຶ້ນໄປ. ໃນໂອກາດດັ່ງກ່າວ, ທ່ານທູດ ວິໂຣດ ສຸນດາຣາ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງໄປຍັງ ເຈົ້າຈັກກະພັດຍີ່ປຸ່ນ ພ້ອມດ້ວຍວົງສານຸວົງທຸກພະອົງ  ແລະ ຜ່ານເຈົ້າຈັກກະພັດ ໄປຍັງປະຊາຊົນຍີ່ປຸ່ນທຸກທົ່ວໜ້າ; ແລະ ໃນຖານະໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ທ່ານທູດ ວິໂຣດ ສຸນດາຣາ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດສຸດຄວາມສາມາດໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ສຳເລັດຜົນ ເພື່ອຊຸກຍູ້ສົ່ງເສີມ ແລະ ເພີ້ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ໂດຍສະເພາະພາຍຫລັງສອງປະເທດ ໄດ້ຍົກລະດັບການພົວພັນຮ່ວມມືເປັນຄູ່ຮ່ວມຍຸດທະສາດ ໃຫ້ກວ້າງຂວາງເລິກເຊິ່ງ, ມີປະສິດທິພາບສູງ ແລະ ເກີດດອກອອກຜົນເພີ້ມຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ.

 

ທ່ານ ວິໂຣດ ສຸນດາຣາ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ ຄົນທີ 09 ແລະ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 05 ມີນາ 1955 ເປັນຕົ້ນມາ ແມ່ນມີເອກອັກຄະລັດຖະທູດທັງໝົດ 14 ທ່ານ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485822
ມື້ນີ້121
ມື້ວານ206
ອາທິດນີ້858
ເດືອນນີ້5127