ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ເຊອູນ ສະເຫລີມສະຫລອງບຸນປີໃໝ່ລາວ ພ.ສ 2560

PimaiKorea17

 

ໃນ​ຕອນ​ແລງຂອງ ວັນ​ທີ 07 ​ເມສາ 2017, ສະຖານ​ເອກ​ອັກຄະ​ລັດ​ຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາ ສ. ​ເກົາຫລີ ​ໄດ້​ຈັດ​ງານ​ສະ​ເຫລີ​ມສະຫລອງ​ບຸນ​ປີ​ໃໝ່ລາວ ພ.ສ 2560 ຂຶ້ນທີ່ ສູນປະຊຸມກະຊວງປ້ອງກັນຊາດ ສ.ເກົາຫລີ, ທີ່ ເຊອູນ. ​ໂດຍມີແຂກຖືກເຊີນເຂົ້າຮ່ວມທັງພາກ​ລັດ ​ແລະ ​ເອກະ​ຊົນ ຂອງ​ ສ.​ເກົາຫລີ, ບັນດາຄົນລາວ (ພະນັກງານ, ນັກ ສຶກສາ ແລະ ແມ່ຍິງລາວທີ່ແຕ່ງງານກັບຄົນເກົາຫລີ) ທັງຫມົດ ​300 ກວ່າ​ຄົນ.

 

​ໃນ​ພິທີ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຄຳ​ສວຍ ​ແກ້ວ​ດາລາ​ວົງ ກໍ່​ໄດ້​ຂຶ້ນ​ກ່າວ​ໃນ​ພິທີ ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນປະຫວັດຄວາມເປັນມາ,​   ຄວາ​ມໝາຍຄວາມ​ສຳຄັນ​ຂອງຮີດຄອງ​​ປະ​ເພນີ​ ​ແລະ ວັດທະນະທຳຂອງລາວ ທີ່ຕິດພັນກັບບຸນປີ​ໃໝ່ລາວ ​ເຊິ່ງ​ເປັນປະເພນີທີ່ໄດ້ສືບທອດມາແຕ່ບູຮານນະການຈົນເຖິງປະຈຸບັນ ແລະ ໄດ້​ອະທິບາຍ​ ກ່ຽວກັບ ກິດຈະກຳ​ຕ່າງ​ໆຂອງການສະ​ເຫລີ​ມສະຫລອງ​ປີໃຫມ່ ເປັນຕົ້ນ ການຫົດສົງພະພຸດທະຮູບ, ພະສົງ, ຜູ້ອາວຸໂສ ແລະ ການຫລິ້ນນໍ້າຂອງປະຊາຊົນລາວ, ການສົມມາ ແລະ ໄດ້ເນັ້ນຫນັກພິທີບາສີສູ່ຂວັນ ແລະ ການຟ້ອນລຳວົງລາວ, ພ້ອມນີ້ ກໍ່ໄດ້ຍົກໃຫ້ເຫັນຈຸດເດັ່ນຂອງການຫລີິ້ນບຸນສົງການຢູ່ຫລວງພະບາງ ທີ່ມີລັກສະນະພິເສດ ແລະ ໂດດເດັ່ນກວ່າທ້ອງຖິ່ນອື່ນໃດໃນ ສປປ ລາວ.

 

ຈາກນັ້ນ, ທ່ານ​ທູດ ​ຍັງ​ໄດ້ຖືໂອກາດ​ແຈ້ງ​ຜົນສຳ​ເລັດ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງ​ທີ 28 ​ແລະ 29 ໃນ​ເດືອນ​ກັນຍາ 2016 ຜ່ານ​ມາ ທີ່ ສປປ ລາວ ​ເປັນ​ເຈົ້າພາບ, ທ່ານທູດໄດ້ຕາງຫນ້າໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກທີ່ເຂົ້າຮ່ວມໃນການປະກອບສ່ວນ ແລະ ໃຫ້ການຊ່ວຍເຫລືອ​ ໃນປີ 2016 ທີ່ ສປປ ລາວ ເປັນປະທານອາຊຽນ. ຄຽງຄູ່ກັບບັນດາກອງປະຊຸມສາກົນດັ່ງກ່າວ ກໍຍັງມີ ການ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ຂອງ​ບາງ​ປະມຸກ​ລັດ​ ແລະ ຫົວຫນ້າລັດຖະບານ ເປັນຕົ້ນ ການຢ້ຽມຢາມຂອງ ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ສະຫະລັດອາເມລິກາ, ທ່ານ ນາງ ປັກກຶນເຮ, ປະທານາທິບໍດີ ສ.ເກົາຫລີ ຊຶ່ງສອງຝ່າຍ ລາວ-ສ.ເກົາຫລີ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນຫລາຍສະບັບ.

 

ການສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ຄວາມເບີກບານມ່ວນຊື່ນ ແລະ ປະສົບຜົນສຳ​ເລັດ​ຢ່າງ​ຈົບ​ງາ​ມ, ​ເຊິ່ງ​​ໃນ​ນີ້ ​ໄດ້​ມີການສະ​ແດງ​ສິນລະປະວັນນະຄະດີຂ​ອງນັກ​ສຶກສາລາ​ວ ​ແລະ ຄະນະ​ສິນລະປະ ສ.​ເກົາຫລີ, ພ້ອມ​ທັງໄດ້ເຊື້ອເຊີນບັນດາ​ແຂກ​ຮ່ວມ​​ຟ້ອນ​ລຳວົງນຳ​ກັນ ​ເພື່ອໃຫ້ເຂົາເຈົ້າຮັບຮູ້ສິລະປະ, ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວຫລາຍຂຶ້ນ.

 

ການຈັດ​ພິທີ​ສະ​ເຫລີ​ມສະຫລອງ​ບຸນ​ປີ​ໃໝ່ລາວໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ການສະໜັບສະໜູນຈາກ ສະມາຄົ​ມບໍລິສັດ​ຂະໜາດນ້ອຍ ​ແລະ ກາງ ຮັນ​ເຊຢອນ (Hanseyeon Small and Medium Companies Association) ​ແລະ ພາກສ່ວນ​ຕ່າງ​ໆຂ​ອງ ສ.​ເກົາຫລີ ຈຳນວນຫນຶ່ງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480412
ມື້ນີ້70
ມື້ວານ172
ອາທິດນີ້810
ເດືອນນີ້6643