ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ປະຈໍາ ຣາຊະອານາຈັກໄທ ເຂົ້າຮ່ວມບຸນປະຈຳປີຂອງຊາວລາວຄັ່ງ

Bkk BounKhang

ໃນວັນທີ 11 ມີນາ ທີ່ຜ່ານມານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເຂົ້າຮ່ວມບຸນໂຮມແຮງປະຈຳປີຊາວລາວຄັ່ງສໍາພັນ ເທື່ອທີ່ 4 ຈັດຂຶ້ນທີ່ບ້ານກຸດຈອກ, ອຳເພີໜອງມະໂມງ, ຈັງຫວັດໄຊນາດ, ຣາຊະອານາຈັກໄທ; ຄະນະທ່ານທູດ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ນິມິດ ວັນໄຊຕະນະວົງ, ຜູ້ວ່າຣາຊການຈັງຫວັດໄຊນາດ, ທ່ານ ນາງ ສິລິລັກ ເມາະພິໄຊ, ນາຍອຳເພີໜອງມະໂມງ, ທັງເປັນນາຍົກເຫລົ່າກາຊາດ; ອໍານາດການປົກຄອງເມືອງ, ບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນຄົນໄທເຊື້ອສາຍລາວຄັ່ງໃນທ້ອງຖິ່ນດັ່ງກ່າວ ແລະ ມາຈາກ 13 ຈັງຫວັດຕ່າງໆຂອງປະເທດໄທ ປະມານພັນກວ່າຄົນ.

 

ໂອກາດມີຄວາມເຫັນຕໍ່ພິທີຄັ້ງນີ້; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ໄດ້ຕີລາຄາສູງການພົວພັນລາວ-ໄທ ໃນໄລຍະໃໝ່, ຍ້ອງຍໍຊົມເຊີຍພີ່ນ້ອງເຊື້ອສາຍລາວຄັ່ງ ທີ່ມີຄວາມຮັກຫອມປຸ້ມລຸມສາມັກຄີປອງດອງເປັນຜຶກແຜ່ນ ແລະ ປົກປັກຮັກສາຮີດຄອງປະເພນີອັນເກົ່າແກ່ດັ້ງເດີມຂອງບັນພະບຸລຸດຂອງຕົນ, ຮຽກຮ້ອງໃຫ້ພ້ອມກັນສືບຕໍ່ຮັກສາ ແລະ ຜັນຂະຫຍາຍໄປສູ່ລຸ້ນລູກລຸ້ນຫລານ; ພ້ອມທັງເຊີນຊວນໃຫ້ໄປຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກເໝາະສົມ.

ໃນບຸນໂຮມແຮງລາວຄັ່ງເທື່ອນີ້ ຍັງມີພີ່ນ້ອງຄົນໄທເຊື້ອສາຍລາວວຽງ, ໄທພວນ ແລະ ລາວຊົ້ງ ຈາກຈັງຫວັດໃກ້ຄຽງເຂົ້າຮ່ວມສະແດງສິລະປະພື້ນເມືອງຢ່າງມ່ວນຊື່ນ. ບຸນໂຮມແຮງ ເປັນປະເພນີທີ່ຄົນໄທເຊື້ອສາຍລາວຄັ່ງ ຈັດຂຶ້ນທຸກໆປີ ເພື່ອເຕົ້າໂຮມຄວາມສາມັກຄີກິນເຂົ້າແລງຮ່ວມກັນ ເຊິ່ງເຂົາເຈົ້າຖືວ່າເປັນປະເພນີທີ່ໄດ້ສຶບຕໍ່ມາຈາກປູ່ຍ່າຕາຍາຍ ແລະ ຄວນອະນຸລັກຮັກສາເອົາໄວ້ຕະຫລອດໄປ.

 

ອີງຕາມຂໍ້ມູນຂອງຈັງຫວັດໄຊນາດ, ສະເພາະບ້ານກຸດຈອກ ມີຄົນໄທເຊື້ອສາຍລາວຄັ່ງ (ເຂົາເຈົ້າເຊື່ອວ່າໄປຈາກແຂວງຫລວງພະບາງ ແລະ ໄຊຍະບູລີ) ອາໄສຢູ່ປະມານ 200 ຫລັງຄາເຮືອນ, ປະກອບອາຊີບຕົ້ນຕໍຄືຜະລິດກະສິກໍາ-ເຮັດນາ, ແມ່ຍິງຍັງມີຄວາມຊໍານານໃນການຕໍ່າສິ້ນຕີນຈົກ ມີລວດລາຍສະເພາະທີ່ສວຍງາມ.

 

ກ່ອນໜ້ານີ້ຄື ວັນທີ 5 ມີນາ, ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມໃນງານບຸນທອດຜ້າປ່າສາມະຄີ ສອງຊາດ ໄທ-ລາວ ຈັດຂຶ້ນທີ່ວັດວັງຕຸມ, ຈັງຫວັດນະຄອນນາຍຍົກ ເຊິ່ງໃນງານດັ່ງກ່າວ ທ່ານທູດ ແລະ ຄະນະ ໄດ້ຮັບການຮັບອັນອົບອຸ່ນ ຈາກຜູ້ວ່າຣາຊາການຈັງຫວັດນາຄອນນາຍົກ; ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ. ພຣະອາຈານ ບຸນມາ, ຮອງປະທານພຸດທະສາດສະໜາສຳພັນລາວ ແລະ ຄະນະ ມາຈາກນະຄອນຫລວງວຽງຈັນ ສປປ ລາວ ເຮົາ ກໍໄດ້ໃຫ້ກຽດ ເຂົ້າຮ່ວມໃນງານທອດຜ້າປ່າສາມັກຄີ ແລະ ຜູກສຳພັນສອງແຜ່ນດິນ ລາວ-ໄທ ໃນຄັ້ງນີ້ດ້ວຍ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480246
ມື້ນີ້76
ມື້ວານ157
ອາທິດນີ້644
ເດືອນນີ້6477