ໃນວັນທີ 05 ມີນາ 2017 ຜ່ານມານີ້, ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ນະຄອນຫຼວງປາຣີ, ປະເທດຝຣັ່ງ ແລະ ສໍາພັນຄົນລາວ ທີ່ ປະເທດຝຣັ່ງ, ໄດ້ພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 107 ປີ ຂຶ້ນ, ທີ່ ສະຖານເອກອັກຄະລັດຖະທູດລາວ ທີ່ ນະຄອນຫຼວງປາຣີ, ໂດຍມີຜູ້ເຂົ້າຮ່ວມຫຼາຍກ່າວ 350 ທ່ານ, ໃນນັ້ນ ມີເອື້ອຍນ້ອງແມ່ຍິງຫຼາຍກວ່າເຄິ່ງໜຶ່ງ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ຝຣັ່ງ ໄດ້ເຫຼົ່າຄືນ ກ່ຽວກັບ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງວັນແມ່ຍິງສາກົນ ຊຶ່ງໄດ້ກໍາເນີນຂຶ້ນເທື່ອທໍາອິດ ໃນວັນທີ 2 ມີນາ 1899 ໂດຍກໍາມະກອນແມ່ຍິງໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ທີ່ ເມືອງນິວຢອກ, ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານການໃຫ້ຄ່າແຮງງານຕໍ່າ ບໍ່ເທົ່າທຽມກັບເພດຊາຍ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ. ມາເຖິງ ປີ 1910 ຂະບວນການຕໍ່ສູ່ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ຢູ່ ທະວີບເອີຣົບ ແລະ ທົ່ວໂລກ. ຈາກນັ້ນ, ກອງປະຊຸມສາກົນ ກ່ຽວກັບ ບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນທີ່ ນະຄອນຫຼວງໂກເປັນຮາກ, ປະເທດເດນມາກ, ມີຜູ້ແທນເຂົ້າຮ່ວມ 100 ກວ່າຄົນ ຈາກ 17 ປະເທດ. ກອງປະຊຸມດັ່ງກ່າວ ໄດ້ຕົກລົງຮັບຮອງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງ ສາກົນ.
ໃນທ້າຍປີ 1945 ກອງປະຊຸມໃຫຍ່ສາກົນຂອງແມ່ຍິງ ໄດ້ໄຂຂຶ້ນ ທີ່ ນະຄອນຫຼວງ ປາຣີ, ປະເທດຝຣັ່ງ ແລະ ໄດ້ສ້າງຕັ້ງ "ສະຫະພັນແມ່ຍິງປະຊາທິປະໄຕສາກົນ" ຊຶ່ງມີສະມາຊິກຫຼາຍກວ່າ 80 ລ້ານຄົນ ໃນ 40 ປະເທດ. ສໍາລັບສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມອົງການດັ່ງກ່າວ ໃນປີ 1962.
ທ່ານທູດ ຢົງ ຍັງໄດ້ກ່າວຕໍ່ໄປວ່າ ນັບຕັ້ງແຕ່ນັ່ນມາ ແມ່ຍິງລາວ ໄດ້ຢືນຄຽງບ່າຄຽງໄລ່ ກັບເພດຊາຍ ໃນການຕໍ່ສູ້ກູ້ຊາດ ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປົກປັກຮັກສາຄວາມເປັນເອກລາດຂອງຊາດ ແລະ ຄວາມມີອິດສະຫຼະພາບຂອງປະຊາຊົນບັນດາເຜົ່າ. ສະຫະພັນແມ່ຍິງ ຍັງໄດ້ສືບຕໍ່ການເຄື່ອນໄຫວຂອງອົງການຈັດຕັ້ງຂອງຕົນ ເພື່ອຜົນປະໂຫຍດອັນຊອບທໍາຂອງແມ່ຍິງລາວບັນດາເຜົ່າ ຕິດແໜ້ນກັບພາລະກິດລວມຂອງຊາດ ຕາມແນວທາງຂອງພັກ. ພັດທະນາຄວາມສະເໝີພາບ ຍິງ - ຊາຍ ຕິດພັນກັບການພັດທະນາປະເທດຊາດ.
ພ້ອມດຽວກັນນີ້, ທ່ານທູດ ຢົງ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນດີງາມ ແຫ່ງ ຄວາມດຸໝັ່ນຂະຫຍັນພຽນ, ຄວາມມີນໍ້າໃຈ ບໍລິສຸດພຸດຜ່ອງ, ຄວາມປະຫຍັດສັດທ່ຽງ, ຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ຄວາມມີຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງ. ແມ່ຍິງລາວໃນປັດຈຸບັນ ມີການພັດທະນາຢ່າງຮອບດ້ານໃນລະດັບການນໍາ ເຊັ່ນ: ປະທານສະພາແຫ່ງຊາດ ກໍແມ່ນເພດຍິງ ແລະ ລະດັບລັດຖະມົນຕີ ກໍມີເພດຍິງ ແລະ ໃນລະດັບເອກອັກຄະລັດຖະທູດ ກໍມີເພດຍິງເຖິງ 6 ທ່ານ.
ເນື່ອງໃນໂອກາດດັ່ງກ່າວ ທ່ານທູດ ຢົງ ແລະ ບັນດາທີ່ປຶກສາ ໄດ້ມອບປິ່ນປັກດອກຈໍາປາ ຊຶ່ງເປັນດອກໄມ້ປະຈໍາຊາດລາວ ແກ່ເອື້ອຍນ້ອງແມ່ຍິງທັງໝົດທີ່ເຂົ້າຮ່ວມ ໃນງານສະເຫຼີມສະຫຼອງດັ່ງກ່າວ ອີກດ້ວຍ.