ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກ ໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ຢູ່ ປະເທດຍີ່ປຸ່ນ

JP SX1

 

JP SX2

 

ໃນວັນທີ 5 ມີນາ 2017, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະໂອ້ລົມກັບພີີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ຢູ່ ປະເທດຍີ່ປຸ່ນ, ໃນໂອກາດໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 5-10 ມີນາ 2017, ໂດຍມີຜູ້ເຂົ້າຮ່ວມ ປະມານ 50 ຄົນ; ແລະ ຍັງໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດເປັນກຽດໂດຍ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ, ຢູ່ສໍານັກງານສະຖານທູດລາວ ທີ່ ໂຕກຽວ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງສະພາບການ ແລະ ເຫດການສຳຄັນທີ່ພົ້ນເດັ່ນຢູ່ໃນ ສປປ ລາວ ໃນປີ 2016 ຜ່ານມາ ເປັນຕົ້ນ, ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ; ຜົນການເລືອກຕັ້ງສະມາຊິກສະພາ ຊຸດທີ VIII; ການຈັດຕັ້ງຄະນະລັດຖະບານລາວ ຊຸດທີ VIII ແລະ ຜົນສໍາເລັດການເປັນປະທານໝູນວຽນອາຊຽນ ຄັ້ງທີ 2 ຂອງ ສປປ ລາວ, ໂດຍສະເພາະໄດ້ຍົກໃຫ້ເຫັນສະພາບການປັບປຸງການບໍລິຫານປະເທດຂອງຄະນະລັດຖະບານຊຸດທີ VIIIເປັນຕົ້ນການແກ້ໄຂບັນຫາສໍ້ລາດບັງຫລວງ, ອອກດຳລັດ 15 ກ່ຽວກັບ ການຫ້າມຕັດໄມ້ ແລະ ສົ່ງໄມ້ທ່ອນອອກນອກປະເທດ, ບັນຫາທີ່ດິນ, ການດັດປັບລາຄາໄຟຟ້າຈາກ 03 ລະດັບມາເປັນ 06 ລະດັບ, ຮັດກຸມການນຳເຂົ້ານໍ້າມັນ ແລະ ການແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ຊຶ່ງລັດຖະບານໄດ້ອອກກົດ   ໝາຍຄຸ້ມຄອງສື່ອອນລາຍ ໂດຍຖືໂອກາດນີ້ແຈ້ງເຕືອນພີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ຢູ່ປະເທດຍີ່ປຸ່ນ ໃຫ້ມີສະຕິລະວັງຕົວເພື່ອຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ. ປະຈຸບັນ, ລັດຖະບານ ກຳລັງເອົາໃຈໃສ່ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 8, ເພື່ອນໍາພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.

ນອກນັ້ນ, ທ່ານຮອງນາຍົກ ຍັງໄດ້ຍົກໃຫ້ເຫັນເຖິງສະພາບການພົວພັນຮ່ວມມືສອງຝ່າຍລາວ-ຍີ່ປຸ່ນ ທີ່ເປັນການພົວພັນທີ່ດີມາກວ່າ 06 ທົດສະວັດ ໂດຍການນຳຂັ້ນສູງ ແລະ ຂະແໜງການຕ່າງໆ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳ, ພິເສດ ຜູ້ນຳສອງປະເທດໄດ້ຕົກລົງຍົກລະດັບການພົວພັນຮ່ວມມືແບບຮອບດ້ານເປັນຄູ່ຮ່ວມຍຸດທະສາດ, ສອງປະເທດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ໃນປີ 2015; ການພົວພັນທາງດ້ານເສດຖະກິດ ລາວ-ຍີ່ປຸ່ນ ກໍ່ໄດ້ມີການຂະຫຍາຍຕົວຂຶ້ນ ໂດຍສະເພາະປະຈຸບັນ ໄດ້ມີນັກທຸລະກິດຍີ່ປຸ່ນ ໃຫ້ຄວາມສົນໃຈເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໂດຍນັກລົງທຶນຂອງຍີ່ປຸ່ນ ຢູ່ໃນອັນດັບ 8 ທີ່ມາລົງທຶນຢູ່ ສປປ ລາວ; ແລະ ທີ່ສຳຄັນ ຍີ່ປຸ່ນເປັນປະເທດທີ່ໃຫ້ການຊ່ວຍເຫລືອລ້າ (ODA) ແກ່ ສປປ ລາວ ອັນດັບໜຶ່ງ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ແກ່ ພັກ ແລະ ລັດຖະບານລາວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຍີ່ປຸ່ນ ໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍໄດ້ເນັ້ນໜັກເຖິງນະໂຍບາຍຂອງພັກ-ລັດຖະບານ ຍາມໃດກໍຖືສະເໝີວ່າ ພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນເຊິ່ງບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້, ເປັນແຫລ່ງກໍາລັງແຮງອັນໜຶ່ງໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ, ເປັນຂົວຕໍ່ໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

 

ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ພີ່ນ້ອງຄົນເຊື້ອຊາດລາວ ຢູ່ປະເທດຍີ່ປຸ່ນ ແລະ ນັກສຶກສາລາວ ທີ່ໄດ້ສະຫລະເວລາເຂົ້າມາຮ່ວມງານພົບປະໂອ້ລົມຄັ້ງນີ້ ແລະ ຂໍໃຫ້ພີ່ນ້ອງຄົນລາວ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຕໍ່ການພັດທະນາປະເທດຊາດ ຕາມທ່າແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ, ພ້ອມນັ້ນ ກໍ່ໄດ້ເນັ້ນໜັກໃຫ້ນັກສຶກສາລາວທີ່ກໍາລັງສຶກສາຢູ່ປະເທດຍີ່ປຸ່ນ ຈົ່ງຕັ້ງໜ້າຄົ້ນຄວ້າຮໍ່າຮຽນໃຫ້ສໍາເລັດຕາມໂຄງການສຶກສາຂອງຕົນ ເພື່ອນໍາເອົາຄວາມຮູ້ຄວາມສາມາດ ແລະ ປະສົບການຈາກປະເທດຍີ່ປຸ່ນ ມາໝູນໃຊ້ຢູ່ ສປປ ລາວ ກໍ່ຄືໃນການປະຕິບັດວຽກງານຕົວຈິງ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ສປປ ລາວ ແລະ ການໂຄສະນາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງລາວເຮົາ ຕໍ່ປະຊາຊົນຍີ່ປຸ່ນ ໃຫ້ມີຄວາມເຂົ້າໃຈ ສປປ ລາວ ຫລາຍຂື້ນເລື້ອຍໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484731
ມື້ນີ້42
ມື້ວານ205
ອາທິດນີ້1169
ເດືອນນີ້4036