ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ເຂົ້າຮ່ວມພິທີເປີດຊຸດອົບຮົມ ໃຫ້ແກ່ພະນັກງານການແພດລາວ

BKK Amb

ໃນຕອນເຊົ້າວັນທີ 14 ກຸມພາ 2017, ທີ່ ພະ​ລາ​ຊະ​ວັງດຸສິດ,ສະໜາມ​ເສືອ​ປ່າ, ຣາຊະອານາຈັກໄທ; ທ່ານເອກ​ອັກຄະ​ລັດຖະທູດ ຫລີ ບຸນ​ຄ້ຳ ພ້ອມ​ດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມເປັນປະທານ ໃນພິທີເປີດຊຸດຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສຳລັບບຸກຄະລາກອນການແພດ ຈາກ ສປປ ລາວ. ເຂົ້າຮ່ວມໃນງານດັ່ງກ່າວປະກອບດ້ວຍ ທ່ານສາດສະດາຈານ ກຽດຕິມະສັກ ໄກສິດ ຕັນຕິສິຣິນ, ທີ່ປຶກສາໂຄງການ ຕາມພະຣາດຊະດຳລິ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ, ນາງ ຈິດກະເສມ ຕັນຄີຣີ, ຮອງອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ​ແຫ່ງ ຣາຊະ​ອານາຈັກ​ໄທ, ທ່ານ ຮອງ​ສາດ​ສະ​ດາ​ຈານ ປ​ຣີ​ຊາ ສຸນ​ທະ​ຣາ​ນັນ, ຮອງ​ອະທິການ​ບໍດີ ມະຫາວິທະຍາ​ໄລມະຫິດົນ.

 

ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ຶ ແມ່ນແນ່ໃສ່ເພື່ອເພີ້ມພູນຄວາມຮູ້ ແລະ ທັນສະໃນການກວດວິໃຈ ການປິ່ນປົວພະຍາດ, ເບິ່ງແຍງສຸຂະພາບ, ການໃຊ້ຢາ, ການບໍລິຫານງານດ້ານສາທາລະນະສຸກ, ການໂພສະນາການ ແລະ ການຈັດການດ້ານສຶກສາ; ເພື່ອເພີ້ມທັດສະໃນການດຳເນີນງານເປັນທີມ ແລະ ການພັດທະນາວຽກງານຢ່າງຕໍ່ເນື່ອງ ແລະ ຍືນຍົງ; ເພື່ອເພີ້ມຄວມຮູ້ ແລະ ທັດສະໃນການຂຽນ ແລະ ນຳສະເໜີຜົນງານທາງວິຊາການ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມຝືກອົບຮົມ ໄດ້ມີໂອກາດແລກປ່ຽນຄວາມຮູ້ ແລະ ປະສົບການ.

 

ໃນໂອກາດຂື້ນກ່າວປາໃສເປີດພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້ສະ​ແດງ​ຄວາມຂອບໃຈຕໍ່ສຳນັກງານພະລາດສະວັງ ແລະ ທຸກພາກສ່ວນຂອງໄທ ທີ່ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມອັນມີຄວາມໝາຍນີ້ຂຶ້ນ ໂດຍທ່ານກ່າວວ່າ ມີຄວາມຮູ້ສຶກດີ​ໃຈ ​ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບ​ການເຊີນເຂົ້າຮ່ວມໃນພິທີເປີດຊຸດຝຶກອົບຮົມພະນັກງານການແພດ ແລະ ສາທາລະນະສຸກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງເປັນໂຄງການຕາມ ພະຣາຊະດຳລິ ຂອງ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ, ໂດຍໃນ​ປີ​ນີ້ ເປັນຊຸດ​ທີ 19 ມີຜູ້ເຂົ້າຮ່ວມທັງໝົດ 69 ຄົນ ກວມ​ເອົາ 10​ ສາ​ຂາ ເຊັ່ນ: ສັນລະຍະສາດ, ວິ​ສັນ​ນີວິທະຍາ (ວາງ​ຢາ​ສະຫຼົບ), ພະຍາບານ​ສາດ, ທັນ​ຕະ​ແພດສາດ, ເພ​ສັດ​ສາດ, ​ເຕັກນິກ​ການ​​ແພດ, ກາຍ​ຍະ​ບຳ​ບັດ, ໂພ​ສະ​ນາ​ການ ​ແລະ ​ແພດ​ສາດ​ສຶກ​ສາ ​ເປັນ​ຕົ້ນ, ເຊິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ ລ້ວນ​ແຕ່​ເປັນ​ຫົວ​ຂໍ້​ສຳ​ຄັນ ທີ່​ກ່ຽວ​ພັນ​ກັບ​ການ​ພັດທະນາ​ວຽກ​ງານ​ດ້ານການ​ແພດ ​ແລະ ສາທາລະນະ​ສຸກ ຕະຫຼອດ​ຮອດ​ການ​ພັດທະນາ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ​ຕໍ່​ໄປ.

 

ທ່ານທູດ ຍັງໄດ້ກ່າວເຖິງແຜນຍຸດທະສາດພັດທະນາ ເພື່ອນຳເອົາ​ປະ​ເທດ​ໃຫ້ອອກຈາກ​ຄວາມ​ດ້ອຍ​ພັດທະນາ ​ໃນ​ປີ 2020 ທີ່ຈະມາເຖິງນີ້, ເຊິ່ງຖືເອົາຂະແໜງການສາທາລະນະສຸກ ເປັນບູລິມະສິດໜື່ງຂອງລັດຖະບານ ໂດຍເນັ້ນໃສ່ 3 ປັດໃຈຄື: ພັດທະນາໂຣງໝໍ, ການສະໜອງອຸປະກອນການແພດ ​ແລະ ພັດທະນາອຸປະກອນທາງການແພດ. ດ້ວຍເຫດນັ້ນ, ໂຄງການຝຶກອົບຮົມເທື່ອນີ້ ຈຶ່ງເປັນໂຄງການທີ່ມີຄວາມສຳຄັນ ແລະ ເປັນປະໂຫຍດຢ່າງຍິ່ງ ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ບຸກຄະລາ​ກອນ ຂອງ ສປປ ລາວ ພວກຂ້າພະເຈົ້າ.

 

ຂ້າພະເຈົ້າເຊື່ອໝັ້ນວ່າ ການຝຶກອົບຮົມໃນຄັ້ງນີ້ ຈະເປັນໂອກາດອັນດີໃຫ້ແກ່ບັນດາພະນັກງານຂອງ ສປປ ລາວ ທີ່ມາຈາກແຂວງຕ່າງໆ ໄດ້ສຶກສາ ​ແລະ ຮຽນ​ຮູ້ ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ຈາກບັນດາຄູອາຈານຜູ້ມີປະສົບປະການສູງຂອງໄທ. ພາຍຫຼັງທີ່ສຳເລັດການເຂົ້າຝຶກອົບຮົມ​ແລ້ວ ຈະນຳເອົາຄວາມ​ຮູ້​ທີ່​ໄດ້​ເກັບ​ກ່ຽວ​ນັ້ນ ໄປປັບໃຊ້​​ໃນ​ການໃຫ້ການ​ບໍລິການ​ປິ່ນ​ປົ່ວ​ປະຊາຊົນ ຕາມ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​​ເກີດ​ປະ​ໂຫຍ​ດສູງ​ສຸດ.

 

ໃນຕອນທ້າຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຍັງໄດ້ຖືໂອກາດນີ້ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ທີ່ໄດ້ຊົງໂປດຈັດຕັ້ງ ໂຄງການຝຶກອົບຮົມນີ້ຢ່າງ​ຕໍ່​ເນື່ອງ ແລະ ຂໍຂອບໃຈເປັນຢ່າງຍິ່ງ ຕໍ່ສຳນັກງານພະຣາຊະວັງ, ກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລມະຫິດົນ ທີ່ໄດ້ສືບ​ຕໍ່ຈັດຊຸດຝຶກອົບຮົມ ທີ່ເປັນປະໂຫຍດສູງອີກຄັ້ງໜຶ່ງ ແກ່ບຸກຄະລາກອນດ້ານການແພດ ຂອງ ສປປ ລາວ. ພ້ອມນີ້, ກໍຂໍອວຍພອນໄຊໃຫ້ແກ່ບັນດາທ່ານທັງຫຼາຍ, ບັນດານັກຝຶກອົບຮົມ, ຄູອາຈານ ແລະ ຜູ້ທີ່ກ່ຽວຂ້ອງທຸກທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດ​ໃນ​ໜ້າ​ທີ່​ການ​ງານທຸກປະການ.

 

ຊຸດອົບຮົມຄັ້ງນີ້ຈະດໍາເນີນໄປຈົນເຖິງ ວັນທີ 29 ມີນາ 2017 ລວມທັງໝົດ 6 ອາທິດ. ໂຄງການຕາມ ພະຣາຊະດໍາຣິ ຂອງ ສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີເລີ່ມມາຕັ້ງແຕ່ປີ 2000, ​ແຕ່ລະຊຸດອົບຮົມມີຜູ້ເຂົ້າຮ່ວມບໍ່ຕໍ່າກວ່າ 55 ຄົນ ລວມທັງໝົດມີ 800 ກວ່າຄົນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568