ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມາທິການຮ່ວມ ສປປ ລາວ ແລະ ສະຫະພາບ ເອີຣົບ ຄັ້ງທີ 8

 

Laoeroupmetting2Laoeroupmetting1

 

ໃນວັນທີ 17 ກຸມພາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດກອງປະຊຸມຄະນະກຳມາທິການຮ່ວມ ສປປ ລາວ ແລະ ສະຫະພາບ ເອຣົບ ຄັ້ງທີ 8, ຕາງໜ້າໃຫ້ຝ່າຍລາວ ໂດຍແມ່ນ ທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ຝ່າຍ ອີຢູ ໂດຍແມ່ນ ທ່ານ David Daly, ຫົວໜ້າກົມອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ມີບັນດາເອກອັກຄະລັດຖະທູດ ຂອງປະເທດສະມາຊິກ ສະຫະພາບ ເອີຣົບ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນໜ້ານັ້ນ, ໃນວັນທີ 16 ກຸມພາ 2017, ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກບ ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ວຽກງານສິດທິມະນຸດ ຄັ້ງທີ 7 ຊຶ່ງໄດ້ຮັບຜົນສຳເລັດເປັນຢ່າງດີ. ອີກປະການໜຶ່ງ, ໃນປີ 2016 ຜ່ານມາ ສປປ ລາວ ແລະ ສະຫະພາບ ເອີຣົບ ໄດ້ລົງນາມໃນເອກະສານໃຫ້ການຊ່ວຍເຫຼືອຂອງ ອີຢູ ເປັນຕົ້ນແມ່ນ ໂຄງການການສຶກສາຂັ້ນພື້ນຖານ ສຳລັບປີ 2014-2015 ມູນຄ່າ 15 ລ້ານເອີໂຣ, ໂຄງການວຽກງານໂພຊະນາການ ມູນຄ່າ 19 ລ້ານເອີໂຣ, ໂຄງການການບູລະນະການປົກຄອງ ມູນຄ່າ 5,5 ລ້ານເອີໂຣ ແລະ ໂຄງການເກັບກູ້ລະເບີດ (UXO) ມູນຄ່າ 5 ລ້ານເອີໂຣ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ໂຄງການຊ່ວຍເຫຼືອຂອງ ອີຢູ ທີ່ມີຕໍ່ ສປປ ລາວ ສຳລັບໄລຍະປີ 2016-2020 (Joint Programming 2016-2020) ທີ່ມີມູນຄ່າ 162 ລ້ານເອີໂຣ.

ການຊ່ວຍເຫຼືອຂອງ ອີຢູ ແກ່ ສປປ ລາວ ຈະປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ເພື່ອນຳເອົາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020.

ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມ ສປປ ລາວ ແລະ ສະຫະພາບ ເອີຣົບ ຄັ້ງທີ 8 ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນອະນາຄົດ.

ປີນີ້ ສປປ ລາວ ແລະ ສະຫະພາບ ເອີຣົບ ຈະສະເຫຼີມສະຫຼອງວັນເຊັນສັນຍາ ວ່າດ້ວຍ ການຮ່ວມມືສອງຝ່າຍ ຄົບຮອບ 20 ປີ, ຊຶ່ງຈະເປັນພື້ນຖານທາງດ້ານນິຕິກຳ ໃຫ້ແກ່ກອງປະຊຸມຄະນະກຳມາທິການຮ່ວມລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ຄັ້ງທີ 8. ເວົ້າລວມແລ້ວ ກອງປະຊຸມຄະນະກຳມາທິການຮ່ວມ ລະຫວ່າງ ສອງຝ່າຍ ແມ່ນຈັດຂຶ້ນທຸກໆ 2 ປີ ໂດຍຜັດປ່ຽນກັນເປັນເຈົ້າພາບ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629