ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງ​ປະຊຸມ​ຂອງ​ໜ່ວຍ​ງານ​ບໍ່​ເປັນ​ທາງ​ການດ້ານສິດທິມະນຸດ ແລະ ການປົກຄອງ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງ​ທີ 7

 

Humanright

 

ກອງ​ປະຊຸມຂອງ​ໜ່ວຍ​ງານ​ບໍ່​ເປັນ​ທາງ​ການ ດ້ານສິດທິມະນຸດ ແລະ ການປົກຄອງ ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ​​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 16 ກຸມພາ 2017 ເພື່ອປຶກສາຫາລື ແລະ ແລກປ່ຽນສົນທະນາໃນຫຼາຍຫົວຂໍ້ທີ່ພົວພັນເຖິງການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ແລະ ການບໍລິຫານລັດ.

ຄະນະຝ່າຍ​ລາວ ​ນຳ​ໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ​ແລະ ປະກອບ​ດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ. ຄະນະຝ່າຍ ສະຫະພາບ ເອີຣົບ ນຳໂດຍທ່ານ ເດວິດ ດາລີ, ຫົວໜ້າຮັບຜິດຊອບອາຊີຕາເວັນອອກສຽງໃຕ້, ສຳນັກງານພົວພັນຕ່າງປະເທດຂອງ ສະຫະພາບ ເອີຣົບ ແລະ ຄະນະທີ່ຈາກຄະນະ​ກຳມາ​ທິການ​​ເອີຣົບ, ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ນັກ​ການ​ທູດສະຫະພາບ ເອີຣົບ, ຝຣັ່ງ, ​ເຢຍລະ​ມັນ, ອັງກິດ, ລຸກ​ຊຳ​ບວກ, ​ໂປ​ໂລ​ຍ ​ແລະ ຊູ​ແອດ ​ເຂົ້າ​ຮ່ວມ.

ການສົນທະນາດັ່ງກ່າວ ແມ່ນກົນໄກສອງຝ່າຍໃນການແລກປ່ຽນທັດສະນະ ແລະ ພາກ​ປະຕິບັດກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ວຽກງານການປົກຄອງ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ​ເຊິ່ງກັນ ​ແລະ ກັນ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບອຳນາດ​ອະທິປະ​ໄຕ​ຂອງ​ລັດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ.

ໃນກອງປະຊຸມ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສິດທິມະນຸດຢູ່ ສປປ ລາວ ແລະ ສະຫະພາບ ເອີຣົບ, ການປະຕິບັດຂໍ້ສະເໜີ​ແນະພາຍໃຕ້ບົດລາຍງານການທົບທວນປະຈຳໄລຍະ (UPR), ການຄຸ້ມ​ຄອງລັດດ້ວຍກົດໝາຍ, ການຮ່ວມມືດ້ານ​ສິດທິ​ມະນຸດ​ໃນ​ລະດັບພາກພື້ນ ແລະ ສາກົນ, ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ ສື່​ມວນ​ຊົນ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ, ​ເສລີພາບ​ດ້ານ​ສາ​ສະໜາ, ສິດທິ​ຂອງ​ຊົນ​ເຜົ່າ, ແມ່ຍິງ,​ ເດັກນ້ອຍ ​ແລະ ຄົນ​ພິການ, ສິດທິ​ດ້ານ​ແຮງ​ງານ, ການ​ປົກ​ປ້ອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ, ສິດທິ​ດ້ານ​ທີ່​ດິນ, ການ​ຫຼຸດ​ພົ້ນ​ຈາກ​ສະຖານະ​ພາບປະ​ເທດ​ດ້ອຍ​ພັດທະນາ, ຜົນສຳ​ເລັດ​ການ​ເປັນ​ ປະທານ​ອາ​ຊຽນ ​ແລະ ການ​ເປັນ​ປະທານ​ຄະນະ​ກຳມາ​ທິການ ​ລະຫວ່າງ ​ລັດຖະບານ​ອາ​ຊຽນ ວ່າດ້ວຍ ສິດທິ​ມະນຸດ​ ໃນ​ປີ 2016.

ຈາກການສົນທະນາຄັ້ງນີ້, ຝ່າຍສະຫະພາບ ເອີຣົບ ໄດ້ມີຄວາມເຂົ້າໃຈດີຂຶ້ນຕື່ມ ກ່ຽວກັບ ນະໂຍບາຍ, ກົດໝາຍ ແລະ ຄວາມຄືບໜ້າຂອງ ສປປ ລາວ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ສິດທິພື້ນຖານຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480222
ມື້ນີ້52
ມື້ວານ157
ອາທິດນີ້620
ເດືອນນີ້6453