ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມເວທີປຶກສາຫາລື ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 30, ຊຶ່ງໄດ້ຈັດຂຶ້ນໃນວັນທີ 02-03 ພຶດສະພາ 2017, ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພາຍໃຕ້ການເປັນປະທານຮ່ວມຂອງ ມາເລເຊຍ ແລະ ສະຫະລັດ ອາເມລິກາ.
ໃນວັນທີ 29 ເມສາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ຢູກິໂນຣິ ເນໂມໂຕະ (Yukinori Nemoto), ຮອງລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະ ການທ່ອງທ່ຽວ ( ສະມາຊິກສະພາ ) ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບ ແຜນການຈັດງານວາງສະແດງໂລກປີ 2025, ທີ່ເມືອງ ໂອສະກາ, ປະເທດຍີ່ປຸ່ນ.