ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ
ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນ ແລະ ກົນຈັກຕ່າງໆ ສໍາລັບການສ້ອມແປງຖະໜົນຫົນທາງ ໃຫ້ແກ່ ສປປ ລາວ
ໃນຕອນເຊົ້າຂອງວັນທີ 22 ທັນວາ 2022, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ (Mr. TAKEI Shunsuke), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ (State Minister for Foreign Affairs of Japan).
ໃນວັນທີ 19-20 ທັນວາ 2022 ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ມີກອງປະຊຸມສາມັນປະຈຳປີ ຄັ້ງທີ XXXII ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຊຶ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ນຳໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ມິງ ວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ບັນດາຮອງເຈົ້າແຂວງຜູ້ຊີ້ນຳວຽກງານຊາຍແດນ 10 ຄູ່ແຂວງຊາຍແດນລາວ ແລະ ຫວຽດນາມເຂົ້າຮ່ວມ.
ໃນຕອນບ່າຍວັນທີ 06 ທັນວາ 2022, ກົມກົງສຸນ ກະຊວງການຕ່າງປະເທດໄດ້ຈັດພິທີເປີດຕົວຜົນງານການຈັດຕັ້ງປະຕິບັດໂຄງການ “ຫັນການເຊື່ອມໂຍງວຽກງານກົງສຸນໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄປສູ່ທັນສະໄໝດ້ານເຕັກໂນໂລຊີ” ຂຶ້ນ ທີ່ ໂຮງແຮມເມືອງແທງ, ນະຄອນຫລວງວຽງຈັນ, ໂດຍໄດ້ຮັບກຽດຈາກ ທ່ານ ບຸນເຫລືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າຈາກບັນດາສະຖານທູດໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳ ສປປ ລາວ, ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກະຊວງ ການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ພອນສີ ບຸນມີໄຊ, ຮອງຫົວໜ້າກົມກົງສຸນ ໄດ້ນຳສະເໜີບົດຄວາມເປັນມາ ແລະ ຜົນງານການຈັດຕັ້ງປະຕິບັດໂຄງການ ໂດຍມີເນື້ອໃນຫຍໍ້ດັ່ງນີ້: