ໃນວັນທີ 15 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ເຫວີຍ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ, ສປ ຈີນພ້ອມດ້ວຍຄະນະ.
ໃນວັນທີ 06 ກຸມພາ 2023, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງ ປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກເໜືອ: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ,ໂດຍພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຄໍາເຫຼັກ ໃຈອີສານ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຜົ້ງສາລີ ແລະ ມີຜູ້ເຂົ້າຮ່ວມກອງປະຊຸມຈາກຫຼາຍພາກ ສ່ວນເຊັ່ນ: ບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງປະເທດ, ກອງບັນ ຊາການ ປກສ, ພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ແຜນ ການ ແລະ ການລົງທຶນ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງລວມທັງ ໝົດ 83 ທ່ານ.
ໃນວັນທີ 16 ກຸມພາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຫຼີ ຈື້ກົ່ງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ຫຼວງພະບາງ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ແຕ່ປີ ເດືອນ ເມສາ 2019-2023 (ເກືອບ 4 ປີ) ດ້ວຍຜົນສໍາເລັດຢ່າງຈົບງາມ.