ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມເອກະສານແລກປ່ຽນ ສະບັບປັບປຸງ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສໍາລັບ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ

  

  

20230309 DFM PX JP Amb 1

  

  

ໃນຕອນເຊົ້າຂອງວັນທີ 9 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ສະບັບປັບປຸງ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສໍາລັບ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ,  ເຊິ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

  

ເອກະສານແລກປ່ຽນດັ່ງກ່າວ ແມ່ນການປັບປຸງເອກະສານທີ່ສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 15 ມີນາ 2022 ຜ່ານມາ, ໂດຍໄດ້ມີການເພີ່ມມູນຄ່າຂອງໂຄງການ ຈາກ 2 ຕື້ 105 ລ້ານເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ) ມາເປັນ 2 ຕື້ 500 ລ້ານເຢນ ເພື່ອໃຫ້ສອດຄ່ອງກັບອັດຕາແລກປ່ຽນໃນປັດຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງໃນການຈັດຕັ້ງປະຕິບັດໂຄງການ.

  

ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສະ​ແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອໃນຂະແໜງການອື່ນໆໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ອັນໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພັດທະນາຂະແໜງການສຶກສາທີ່ເປັນບູລິມະສິດ ຂອງ ສປປ ລາວ, ເວົ້າລວມ ກໍແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າພາກສ່ວນກ່ຽວຂ້ອງຂອງລາວ ກ່າວ​ຄຳ​ໝັ້ນ​ສັນ​ຍາໃນການນໍາໃຊ້​​ໂຄງ​ການ​ຊ່ວຍ​ເຫຼືອຄັ້ງ​ນີ້ຢ່າງມີປະສິດທິພາບ ແລະ ເກີດ​ຜົນປະ​ໂຫຍດສູງ​ສຸດ ແລະ ສະແດງຄວາມຫວັງວ່າ ໂຄງການຊ່ວເຫຼືອດັ່ງກ່າວ ຈະປະກອບສ່ວນອັນສໍາຄັນໃນການສ້າງບຸກຄະລາກອນທີີ່ມີຄຸນນະພາບ ໃຫ້ແກ່ ພາກລັດ ແລະ ເອກະຊົນຂອງລາວ ໃນການພັດທະນາຂະແໜງອຸດສາຫະກໍາ, ລວມທັງຄວາມຮຽກຮ້ອງຕ້ອງການຂອງບໍລິສັດຕ່າງປະເທດ ແລະ ບໍລິສັດຂອງປະເທດຍີ່ປຸ່ນທີ່ກໍາລັງລົງທຶນ ຢູ່ ສປປ ລາວ ແລະ ມີແຜນການຈະລົງທຶນ ຢູ່ ສປປ ລາວ ໃນຕໍ່ໜ້າອີກດ້ວຍ.

  

ໃນຂະນະດຽວກັນນີ້, ທ່ານ ເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ລວມທັງການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານຮ່ວມ (Action Plan) ທີ່ຜູ້ນໍາສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມາ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.

  

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484334
ມື້ນີ້38
ມື້ວານ273
ອາທິດນີ້772
ເດືອນນີ້3639