ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບາງກະຊວງຂະແໜງການອ້ອມຂ້າງ

  

  

20230224 DFM PX 1 1

20230224 DFM PX 4

20230224 DFM PX 3

20230224 DFM PX 2

  

  

 ໃນວັນທີ 24 ກຸມພາ 2023, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ ໃນນາມສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ) ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບາງກະຊວງຂະແໜງການອ້ອມຂ້າງ ທີ່ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

  

ຈຸດປະສົງຂອງກອງປະຊຸມສຳມະນາເຜີຍແຜ່ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ກ່ຽວກັບ ນະໂຍບາຍ, ນິຕິກໍາທີ່ກ່ຽວຂ້ອງ ແລະ ກົນໄກພາຍໃນຂອງ ສປປ ລາວ, ລວມທັງການຮ່ວມມືສາກົນຂອງ ສປປ ລາວ ກໍຄືກົນໄກການປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງຕ່າງໆ ກ່ຽວກັບ ວຽກງານດັ່ງກ່າວ ແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມ ໃຫ້ສາມາດນໍາໄປປະກອບສ່ວນຈັດຕັ້ງປະຕິບັດໃນວຽກງານທີ່ຕົນເອງຮັບຜິດຊອບໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

  

ກອງປະຊຸມສຳມະນາເຜີຍແຜ່ດັ່ງກ່າວ ມີນັກວິທະຍາກອນມາຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມນຳສະເໜີບົດໃນຫົວຂໍ້ທີ່ພົວພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໃນວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລວມທັງການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຊຶ່ງໃນກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 120  ທ່ານ (ຍິງ 63 ທ່ານ).

  

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485807
ມື້ນີ້106
ມື້ວານ206
ອາທິດນີ້843
ເດືອນນີ້5112