ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ເອກະສານລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ປະຈຳປີ 2022

 

Thongphan25123 2

Thongphan25123 1

Thongphan25123 3

Thongphan25123 4

 

ກະຊວງການຕ່າງປະເທດ ກໍ່ຄື ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ບາງເອກະສານສຳຄັນ ເພື່ອລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ຂຶ້ນ ໃນວັນທີ 25 ມັງກອນ 2023 ທີ່ ຫ້ອງປະຊຸມໃຫຍ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ໂດຍມີພະນັກງານ-ລັດຖະກອນພາຍໃນກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນຈຳນວນໜຶ່ງ ເຂົ້າຮ່ວມທັງໝົດ 226 ທ່ານ, ໃນທ່າມກາງບັນຍາກາດ ທີ່ທົ່ວອົງຄະນະພັກກະຊວງການຕ່າງປະເທດພວກເຮົາ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ IV ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທຸກຮູບແບບ ກໍ່ຄື ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ແມ່-ເດັກ ຂອງກະຊວງການຕ່າງປະເທດ ໄປພ້ອມກັບການປະຕິບັດໜ້າທີ່ການ ເມືອງ-ການຕ່າງປະເທດຂອງຕົນ ຢ່າງຕັ້ງໜ້າ.

 

        ຈຸດປະສົງຕົ້ນຕໍ ຂອງການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ພ້ອມທັງເປັນການໂຄສະນາເຜີຍແຜ່ບາງເອກະສານສຳຄັນ ເປັນຕົ້ນແມ່ນ ປະຫວັດຄວາມເປັນມາກ່ຽວກັບວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ແລະ ການຈັດຕັ້ງປະຕິບັດວຽກງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ແມ່-ເດັກ ຂອງກະຊວງການຕ່າງປະເທດ ໃນໄລຍະ 1 ປີຜ່ານມາ; ເອກະສານກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຢູ່ ສປປ ລາວ; ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃຫ້ແກ່ ພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ ໂດຍມີ ນັກວິທະຍາກອນທີ່ມາຈາກຫ້ອງການກອງເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ຈາກກົມສົນທິສັນຍາ ແລະ ກົດໝາຍ ຜູ້ທີ່ຮັບຜິດຊອບ ແລະ ລົງເລິກວຽກງານນີ້ໂດຍກົງ ໃຫ້ກຽດຂຶ້ນບັນຍາຍ, ຊຶ່ງເນື້ອໃນເອກກະສານເຜີຍແຜ່ດັ່ງກ່າວ ລ້ວນແລ້ວແຕ່ເປັນການສະແດງໃຫ້ເຫັນໄດ້ເຖິງຄວາມໝາຍສຳຄັນ ທັງເປັນການຮັບຮູ້, ເຂົ້າໃຈ ແລະ ປູກຈິດສຳນຶກ ກ່ຽວກັບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ໃນທົ່ວສັງຄົມເພື່ອໃຫ້ປັບປ່ຽນທັດສະນະຄະຕິທີ່ວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກປະເພດ ຖືວ່າເປັນການລະເມີດ ການບັນທອນສິດເສລີພາບຂັ້ນພື້ນຖານຂອງແມ່ຍິງ ທັງເປັນການກະທຳຜິດຕໍ່ກົດໝາຍ ແລະ ໃຫ້ຖືວຽກງານຕ້ານ ແລະ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ເປັນວຽກໜຶ່ງທີ່ສຳຄັນຂອງລັດ, ຂອງບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນໃນສັງຄົມ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404525
ມື້ນີ້1
ມື້ວານ171
ອາທິດນີ້936
ເດືອນນີ້6565