ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເຂົ້າອວຍພອນປີໃໝ່ຫວຽດນາມ ປະຈຳປີ 2023

  

  

20230120 VN New Year 1

20230120 VN New Year 2

20230120 VN New Year 3

20230120 VN New Year 4 1

  

  

ໃນວັນທີ 20 ມັງກອນ 2023, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດປີໃໝ່ ຫວຽດນາມ ປີ 2023 ທີ່ຈະໝູນວຽນ ມາເຖິງອີກວາລະໜຶ່ງ.

  

ໃນໂອດກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ກໍໄດ້ອວຍພອນໄຊອັນປະເສີດແກ່ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ ສະຖານທູດທຸກຄົນ ແລະ ຜ່ານສະຫາຍ ໄປຍັງ ການນໍາພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ. ໃນຂະນະດຽວກັນ, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ແລະ ຄະນະ ທີ່ໄດ້ມາອວຍພອນປີໃໝ່ໃນຄັ້ງນີ້.

  

ໃນໂອກາດດຽວກັນນີ້, ສອງຝ່າຍ ກໍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຢ່າງແທ້ຈິງ ມາສູ່ປະຊາຊົນສອງຊາດ ລາວ - ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍສະເພາະ ຜົນສໍາເລັດຂອງການສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຜ່ານມາ, ເຊິ່ງສອງຝ່າຍໄດ້ຮ່ວມກັນຈັດບັນດາກິດຈະກໍາການເຄື່ອນໄຫວຕ່າງໆ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ກ່ຽວກັບປະຫວັດສາດ, ມູນເຊື້ອການພົວພັນສາມັກຄີພິ ເສດສອງປະເທດ ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ສະຕິຕໍ່ການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບເສີມຂະຫຍາຍຍິ່ງໆຂື້ນ. ພ້ອມນີ້, ສອງຝ່າຍ ຍັງສະແດງຄວາມພ້ອມທີ່ຈະໄດ້ຮ່ວມກັນຢ່າງໃກ້ຊິດ ເພື່ອສຶບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການຢ້ຽມຢາມ ຂອງ ການນຳຂັ້ນສູງ ຂອງ ສອງປະເທດ, ຜົນກອງປະຊຸມ ຄັ້ງທີ 45 ຂອງ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມືລະ​ຫວ່າງ ລັດ​ຖະ​ບານ ລາວ ແລະ ຫວຽດ​ນາມ ໃຫ້ປາກົດຜົນເປັນຈິງ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຍດນາມ ຈົ່ງໝັ້ນຄົງທະນົງແກ່ນ ຕະຫຼອດກາລະນານ.

  

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484382
ມື້ນີ້86
ມື້ວານ273
ອາທິດນີ້820
ເດືອນນີ້3687