ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາໃນຫົວຂໍ້: “ຄວາມສໍາຄັນ ແລະ ບົດບາດ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນສະພາບການປັດຈຸບັນ”

  

  

20230118 ECO Dept 1

20230118 ECO Dept 2

 

  

ໃນວັນທີ 18 ມັງກອນ 2023 ທີ່ ແຂວງຊຽງຂວາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ສູນຮ່ວມມືອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ ຄວາມສໍາຄັນ ແລະ ບົດບາດຂອງ   ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນສະພາບການປັດຈຸບັນ ” ທີ່ຫ້ອງວ່າການແຂວງ    ຊຽງຂວາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນໂຮມ ເທດທານີ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງ, ພາກທຸລະກິດ, ວິທະຍາໄລພາຍໃນແຂວງ ຈໍານວນ 50 ກວ່າທ່ານ.

     

ຈຸດປະສົງຂອງການຈັດ​ກອງປະຊຸມ​ສໍາມະນາໃນ​ຄັ້ງ​ນີ້ ​ແມ່ນເພື່ອສົ່ງເສີມທັກສະທາງດ້ານຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງ ສປປ ລາວ ໃນວຽກງານການເຊື່ອມໂຍງເສດຖະກິດ    ພາກພື້ນ ແລະ ສາກົນ. ໂດຍສະເພາະທ່າອ່ຽງ ແລະ ສິ່ງທ້າທາຍຕ່າງໆ ທີ່ສົ່ງຜົນກະທົບທາງດ້ານການຄ້າພາຍໃນ ແລະ ການສົ່ງອອກ, ວຽກງານດຶງດູດການລົງທຶນຕ່າງປະເທດ, ການຄ້າຊາຍແດນກັບປະເທດເພື່ອນບ້ານ, ວຽກງານສົ່ງເສີມການທ່ອງທ່ຽວຕໍ່ສະພາບການທີ່ເສດຖະກິດມີຄວາມຝືດເຄືອງໃນປັດຈຸບັນ ໃຫ້ແກ່ບັນດາພະນັກງານ     ພາກລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ຂະແໜງການສຶກສາ ແລະ ພາກທຸລະກິດຂອງແຂວງ. ເພື່ອຈະໄດ້ພ້ອມກັນ   ກໍານົດທິດທາງ ແລະ ວິທີແກ້ໄຂຮ່ວມກັນໃນຕໍ່ໜ້າແນໃສ່ການຊຸກຍູ້ເສດຖະກິດ ຂອງ ສປປ ລາວໃຫ້ຟື້ນໂຕກັບຄືນສູ່ສະພາບປົກກະຕິໂດຍໄວ.

   

ໃນກອງປະຊຸມສຳມະນາຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຊຽງຂວາງ ໃນຫຼາຍຫົວຂໍ້ທີ່ປິ່ນອ້ອມຫົວຂໍ້ຫຼັກຂອງກອງປະຊຸມສໍາມະນາ, ຊຶ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນສະພາບປັດຈຸບັນ ແລະ ໄດ້ມີການສະເໜີແນະບາງວິທີການ ແລະ ມາດຕະການໃນການສືບຕໍ່ດໍາເນີນນະໂຍບາຍດັ່ງກ່າວໃນຕໍ່ໜ້າ ໂດຍສະເພາະແມ່ນການປະກອບສ່ວນຂອງຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນ ແລະ ການພັດທະນາຂີດຄວາມສາມາດຂອງພະນັກງານ ເພື່ອປັບຕົວເຂົ້າກັບສະພາບເສດຖະກິດໃນປັດຈຸບັນ ແລະ ໃຫ້ທັນຍຸກສະໄໝແຫ່ງການເຊື່ອມໂຍງກໍຄື ຍຸກສະໄຫມແຫ່ງການປະຕິວັດອຸດສະຫະກຳຄັ້ງທີ 4 ລວມທັງການນໍາເອົາເນື້ອໃນ ແລະ ຂໍ້ມູນໃນກອງປະຊຸມສໍາມະນາຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນ.

               

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404062
ມື້ນີ້0
ມື້ວານ264
ອາທິດນີ້473
ເດືອນນີ້6102