ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາວິຊາການ ພາຍໃຕ້ຫົວຂໍ້ “ວິທີວິທະຍາ ໃນການຂຽນບົດຄວາມ ແລະ ບົດຄົ້ນຄວ້າ ແລະ ການຮ່າງເອກະສານທາງການ”

   

  

20230106 IFA Vangvieng

  

  

ໃນວັນທີ 06 ມັງກອນ 2023, ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິຊາການ ໃນຫົວຂໍ້ “ວິທີວິທະຍາ ໃນການຂຽນບົດຄວາມ ແລະ ບົດຄົ້ນຄວ້າ ແລະ ການຮ່າງເອກະສານທາງການ” ພາຍໃຕ້ການເປັນປະທານໃນພິທີເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບການ ໂດຍ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເຊິ່ງມີຄະນະສະຖາບັນ, ຄະນະພະແນກ ພ້ອມດ້ວຍວິຊາການສະຖາບັນການຕ່າງປະເທດ ທັງໝົດ ຈຳນວນ 30 ທ່ານເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນບົດຮຽນທີ່ມີເນື້ອໃນເລິກເຊິ່ງ ດ້ວຍບັນຍາການທີ່ຟົດຟື້ນ. ກອງປະຊຸມຄັ້ງນີ້ ແມ່ນນອນຢູ່ໃນຂອບໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ເຊິ່ງສະຖາບັນການຕ່າງປະເທດຮັບຜິດຊອບ.  

         

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເປັນການ​ແລກປ່ຽນຂໍ້ມູນ ແລະ ຖອດຖອນບົດຮຽນຈາກປະສົບການຕົວຈິງ ໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າຂອງສະຖາບັນການຕ່າງປະເທດ ແນໃສ່ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານໜຸ່ມນ້ອຍສະຖາບັນການຕ່າງປະເທດ. ການຈັດກອງປະຊຸມສໍາມະນາຄັ້ງນີ້ ຍັງເປັນການສືບຕໍ່ຜັນຂະຫຍາຍ ຜົນກອງປະຊຸມສຳມະນາກ່ຽວກັບວຽກງານຄົ້ນຄວ້າ ທີ່ສະຖາບັນການຕ່າງປະເທດ ໄດ້ຈັດຂຶ້ນເປັນປົກກະຕິໃນໄລຍະຜ່ານມາ ເພື່ອໃຫ້ມີລັກສະນະຕໍ່ເນື່ອງ.

      

ໃນພິທີເປີດກອງປະຊຸມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຄົ້ນຄວ້າຂອງສະຖາບັນການຕ່າງປະເທດ, ເຊິ່ງສະແດງອອກໃນການຮຽບຮຽງປຶ້ມປະຫວັດສາດການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດຈຳນວນຫລາຍຫົວ, ຂຽນບົດຄວາມລົງໜັງສືພິມເປັນປະຈຳ ແລະ ເປັນຈໍານວນຫລາຍສະບັບໃນແຕ່ລະປີ, ຄົ້ນຄວ້າລາຍງານສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນເປັນປົກກະຕິ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ວຽກງານຄົ້ນຄວ້າ ຂອງກະຊວງການຕ່າງປະເທດພວກເຮົາມີບັນຍາກາດຟົດຟື້ນ. ນອກນັ້ນ, ທ່ານ ຍັງໄດ້ສະແດງຄວາມຊົມເຊີຍໃນການຈັດກອງປະຊຸມສໍາມະນາຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການແລກປ່ຽນບົດຮຽນ ແລະ ຄໍາຄິດຄໍາເຫັນຕໍ່ບັນຫາຕ່າງໆທີ່ປິ່ນອ້ອມວຽກງານຄົ້ນຄວ້າ ແລະ ການຮ່າງເອກະສານທາງການ. ພ້ອມດຽວກັນ, ກໍເປັນການເປີດໂອກາດໃຫ້ພະນັກງານໜຸ່ມນ້ອຍ ໄດ້ຮັບຟັງຈາກປະສົບການຕົວຈິງ ແລະ ລົງເລິກແລກປ່ຽນບົດຮຽນ ແລະ ປະສົບການນໍາກັນ, ຮ່ວມກັນຄົ້ນຄວ້າຫາວິທີ ເພື່ອຍົກສູງປະລິມານ ແລະ ຄຸນນະພາບຂອງວຽກງານຄົ້ນຄວ້າຂອງສະຖາບັນການຕ່າງປະເທດ. ໃນການດໍາເນີນກອງປະຊຸມໃນຄັ້ງນີ້, ຄະນະສະຖາບັນ ແລະ ຄະນະພະແນກ ໄດ້ຜັດປ່ຽນກັນຂຶ້ນບັນຍາຍ, ແລກປ່ຽນບົດຮຽນ, ປະສົບການ ແລະ ວິທີການໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ, ການຂຽນບົດຄວາມລົງໜັງສືພິມ, ການຮ່າງເອກະສານທາງການທີ່ເປັນພາສາລາວ ແລະ ເອກະສານການທູດທີ່ເປັນພາສາອັງກິດ ທີ່ມີເນື້ອໃນສໍາຄັນ ແລະ ເປັນປະໂຫຍດທີ່ສຸດ ໃນການນໍາໃຊ້ເຂົ້າໃນວຽກງານຕົວຈິງ.  

   

ກອງປະຊຸມສໍາມະນາໃນຄັ້ງນີ້ໄດ້ດຳເນີນໄປຢ່າງໄດ້ຮັບໝາກຜົນ ແລະ ປິດລົງຢ່າງຈົບງາມ, ເຊິ່ງໃນພາກສະຫຼຸບກອງປະຊຸມ, ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຮູ້ບຸນຄຸນມາຕໍ່ຄະນະນຳກະຊວງການຕ່າງປະເທດທີ່ໄດ້ສະຫລະເວລາອັນມີຄ່າ ເຂົ້າຮ່ວມໃນພິທີເປີດ ແລະ ມີຄໍາເຫັນຊີ້ນໍາທີ່ສຳຄັນຕໍ່ກອງປະຊຸມ. ນອກນັ້ນ, ທ່ານທູດ ໄມ ໄຊຍະວົງສ໌ ຍັງໄດ້ສະແດງຄວາມຊົມເຊີຍ ບັນດານັກວິທະຍາກອນ ແລະ ຜູ້ເຂົ້າຮ່ວມທຸກທ່ານທີ່ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການຢ່າງກົງໄປກົງມາເຮັດໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນສົມບູນ ບັນລຸຕາມເປົ້າຫມາຍ ແລະ ຈຸດປະສົງ.

  

  

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485700
ມື້ນີ້205
ມື້ວານ196
ອາທິດນີ້736
ເດືອນນີ້5005