ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ

 

 

Poxay 20231 1

Poxay 20231 3

Poxay 20231 2

 

ໃນວັນທີ 9 ມັງກອນ 2023 ຜ່ານມາ ໄດ້ມີກອງປະຊຸມຄະນະກໍາມະການຊາຍແດນ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ໃນຮູບແບບທາງໄກ ໂດຍຜ່ານ Video Conference  ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານເຈົ້າໜ້າທີ່ອາວຸໂສຊາຍແດນ ລາວ-ກໍາປູເຈຍ (ຝ່າຍລາວ) ແລະ ທ່ານ ນາງ ໂກຍ ປີໄຊ, ຮອງປະທານຄະນະກຳມະການຊາຍແດນ, ສໍານັກງານນາຍົກລັດຖະມົນຕີ, ຮັບຜິດຊອບວຽກງານຊາຍ ແດນ, ຮອງລັດຖະມົນຕີກະຊວງທ່ອງທ່ຽວ (ຝ່າຍກໍາປູເຈຍ). ນອກຈາກນີ້, ກໍຍັງມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງຂອງທັງ ສອງຝ່າຍເຂົ້າຮ່ວມ.

 

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວຽກງານຊາຍແດນ ລາວ-ກໍາປູເຈຍ ແລະ ໄດ້ທົບທວນຄືນໃນການຈັດຕັ້ງ ປະຕິບັດການຕົກລົງ ລະຫວ່າງ ນາຍົກລັດຖະມົນຕີຂອງສອງປະເທດ ຄັ້ງວັນທີ 12 ກັນຍາ 2019  ແລະ ປຶກສາຫາລືຄວາມ ເປັນເອກະພາບໃນການຮ່າງສົນທິສັນຍາຊາຍແດນ ລະຫວ່າງ ສອງປະເທດ ເພື່ອຮັບຮອງເອົາຜົນສໍາເລັດໃນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ໃນຈໍານວນ 86%. ໃນກອງປະຊຸມ ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຢ່າງ ສ້າງສັນ, ກົງໄປກົງມາ ແລະ ໄດ້ເອກະພາບໃນຫຼາຍບັນຫາສໍາຄັນທີ່ເປັນພຶ້ນຖານບ່ອນອີງໃຫ້ແກ່ການຮ່າງເນື້ອໃນສົນທິສັນຍາ ກໍຄືການແກ້ໄຂບັນຫາຊາຍແດນ ລະຫວ່າງ ສອງປະເທດໃຫ້ມີຄວາມຄືບໜ້າ ເພື່ອທີ່ຈະສາມາດລົງນາມຮ່ວມກັນໃນໂອກາດ ການພົບປະຂອງການນໍາຂັ້ນສູງສອງປະເທດໃນເວລາອັນໃກ້ນີ້. ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ຮູບແບບຫຼັກໝາຍຊາຍແດນໃຫ້ມີຄວາມສວຍງາມ ແລະ ແໜ້ນໜາກວ່າເກົ່າ ເພື່ອປ່ຽນແທນຫຼັກໝາຍຊົ່ວຄາວທີ່ມີຂະໜາດ ນ້ອຍ ແລະ ຈະພ້ອມກັນວາງແຜນການປັກຫຼັກໝາຍຖີ່ຢູ່ຕອນຊາຍແດນທີ່ສອງຝ່າຍເຫັນວ່າມີຄວາມຈໍາເປັນ.

 

ກອງປະຊຸມຄັ້ງນີ້​ໄດ້​ຈັດ​ຂື້ນ​ໃນທ່າມກາງບັນຍາກາດອັນດີແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ນັບມື້ນັບຮັດແໜ້ນ ແລະ ​ໄດ້​ຮັບ​ການ​ເສີມ​ຂະ​ຫ​ຍາຍ​ຢ່າງ​ຕໍ່​ເນື່ອງ ແລະ ເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານຊາຍແດນໃນຮູບແບບ Video Conference, ຊຶ່ງ​ຖືເປັນ​ອີກບາດກ້າວ​ໜຶ່ງທີ່ປະກອບສ່ວນເຂົ້າໃນການສ້າງຊາຍແດນລະຫວ່າງສອງປະເທດໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຢ່າງເປັນຮູບປະທໍາເທື່ອລະກ້າວ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404536
ມື້ນີ້12
ມື້ວານ171
ອາທິດນີ້947
ເດືອນນີ້6576