ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຕົວປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ”

 

LaoVietnamBook 1

 

ໃນຕອນບ່າຍຂອງ ວັນທີ 28 ທັນວາ 2022, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດຕົວປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” ຢ່າງເປັນທາງການ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022) ແລະ ເປັນການລະນຶກເຖິງມູນເຊື້ອການພົວພັນຮ່ວມມືທີ່ແໜ້ນແຟ້ນ, ພ້ອມທັງຄວາມສາມັກຄີພິເສດ ລະຫວ່າງສອງຊາດ ສປປ ລາວ ແລະ ສສ ຫວຽດນາມ ນັບແຕ່ອະດີດ ຈົນເຖິງປັດຈຸບັນ. ສາຍສໍາພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງ ແລະ ຜັນຂະຫຍາຍຮອບດ້ານຢ່າງຕໍ່ເນື່ອງລຽນຕິດ ໂດຍປິ່ນອ້ອມຂະແໜງການເມືອງ-ການທູດ, ເສດຖະກິດ-ການຄ້າ ແລະ ວັດທະນະທໍາ-ສັງຄົມ ເວົ້າລວມ, ເວົ້າສະເພາະ ວຽກງານການຕ່າງປະເທດ ສອງພັກ-ສອງລັດ ໄດ້ມີການຊີ້ນໍາ ແລະ ນໍາພາຢ່າງໃກ້ຊິດສະໜິດແໜ້ນ ແລະ ມີການພົວພັນເຊິ່ງກັນແລະກັນ ທີ່ດີສະເໝີມາ.

 

ພິທີເປີດຕົວປຶ້ມໃນມື້ນີ້, ໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ມີຄໍາເຫັນໃນພິທີດັ່ງກ່າວ. ພ້ອມດຽວກັນນີ້, ຍັງມີບັນດາອະດີດທ່ານທູດອາວຸໂສຂອງລາວ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມເປັນຈໍານວນ 80 ທ່ານ.

 

ປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” ເປັນອີກຜົນງານໜຶ່ງຂອງ ສະຖາບັນການຕ່າງປະເທດ ທີ່ໄດ້ມີການລິເລີ່ມແນວຄວາມຄິດ ແລະ ລົງມືຄົ້ນຄວ້າຮຽບຮຽງ ມາແຕ່ຕົ້ນປີ 2022. ນັບຈາກການສະເໜີແຕ່ງຕັ້ງຄະນະຮັບຜິດຊອບທີ່ປະກອບດ້ວຍ ສະຖາບັນການຕ່າງປະເທດ, ຫ້ອງການກະຊວງ, ກົມອາຊີປາຊີຟິກ ແລະ ອາຟຣິກາ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນຕົ້ນມາ, ໂດຍຜ່ານການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຈາກຄະນະນໍາກະຊວງການຕ່າງປະເທດທຸກຂັ້ນ, ຄະນະບັນນາທິການອາວຸໂສ ແລະ ສະຖາບັນການຕ່າງປະເທດ ທີ່ມີປະສົບການໃນການເຮັດວຽກຕົວຈິງ ເພື່ອກວດແກ້ເນື້ອໃນໃຫ້ມີຄວາມສົມບູນຍິ່ງຂຶ້ນ ຢ່າງມີຄວາມຮັບຜິດຊອບສູງ  ເຊິ່ງເຮັດໃຫ້ເນື້ອໃນມີຄວາມຫຼາກຫຼາຍ ແລະ ກວມ ລວມເຖິງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ວັດທະນະທຳ-ສັງຄົມອື່ນໆ ທີ່ໄດ້ຮັບການຮ່ວມມື ແລະ ສະໜອງຂໍ້ມູນ ຈາກບັນດາພາກສ່ວນກ່ຽວຂ້ອງ ທັງຈາກພາຍໃນກະຊວງການຕ່າງປະ ເທດ ແລະ ກະຊວງອ້ອມຂ້າງສູນກາງຂອງລາວ ຈົນສາມາດສໍາເລັດຈັດພິມເຜີຍແຜ່ອອກສູ່ສາຍຕາໃນມື້ນີ້.

 

ປຶ້ມຫົວນີ້ ໄດ້ຈັດພິມເປັນຄັ້ງທໍາອິດ ຈໍານວນ 1.000 ເຫຼັ້ມ, ໂດຍໄດ້ມີການຮວບຮວມ ແລະ ສັງລວມເອົາເນື້ອໃນທາງດ້ານປະຫວັດສາດ ແລະ ຄວາມເປັນມາໃນການພົວພັນຮ່ວມມື; ໂດຍສະເພາະໃນຂະແໜງການຕ່າງປະເທດ ລະຫວ່າງ ລາວ ແລະ ຫວຽດນາມ ໃນການສ້າງຕັ້ງສາຍພົວພັນການທູດຮ່ວມ   ກັນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຢູ່ໃນພາກພື້ນ ແລະ ສາກົນ, ການພົວພັນແຕ່ລະໄລຍະ ກ່ອນ ແລະ ຫຼັງ ການສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນປີ 1975 ແລະ ໄດ້ລົງເລິກການຮ່ວມມື ແລະ ສ້າງສາພັດທະນາປະເທດຊາດຮ່ວມກັນຂອງສອງຊາດ ລາວ ແລະ ຫວຽດນາມ. ປຶ້ມຫົວດັ່ງກ່າວ ຈະເປັນແຫຼ່ງຂໍ້ມູນ ທີ່ເປັນປະໂຫຍດ ສໍາລັບນັກການທູດ, ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ກໍຄື ຜູ້ອ່ານທົ່ວໄປ ທີ່ມີຄວາມສົນໃຈ ກ່ຽວກັບ ການພົວພັນຮ່ວມມື ລາວ-ຫວຽດນາມ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ພົ້ນເດັ່ນ ເພື່ອເປັນບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າ-ວິໃຈ ດ້ານການສົ່ງເສີມການພົວພັນຮ່ວມມື ລາວ-ຫວຽດນາມ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484469
ມື້ນີ້173
ມື້ວານ273
ອາທິດນີ້907
ເດືອນນີ້3774