ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXII ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

 

21122022 Phoxay 2

21122022 Phoxay 1

 

ໃນ​ວັນ​ທີ 19-20 ທັນວາ 2022 ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ມີກອງ​ປະຊຸມສາມັນ​ປະຈຳ​ປີ ​ຄັ້ງ​ທີ XXXII ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຊຶ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ນຳ​ໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຊາຍ​ແດນ ລາວ-ຫວຽດນາມ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ສະຫາຍ ຫງວຽນ ມິງ ວູ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ, ຫົວໜ້າ​ຄະນະ​ຜູ້​​ແທນ​ຊາຍ​ແດນ ຫວຽດນາມ-ລາວ. ​ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ບັນດາຮອງເຈົ້າ​ແຂວງຜູ້ຊີ້ນຳວຽກງານຊາຍແດນ 10 ຄູ່ແຂວງຊາຍແດນລາວ ແລະ ຫວຽດນາມເຂົ້າຮ່ວມ.

 

ກອງປະຊຸມ​ຄັ້ງ​ນີ້, ​ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມຈັດຕັ້ງປະຕິບັດຂະບວນການການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ຢ່າງເປັນຂະບວນຟົດຟື້ນ. ສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ສະບັບປີ 2016 ແລະ ບົດບັນທຶກກອງປະຊຸມສາມັນປະຈໍາປີ ຄັ້ງທີ XXXI ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໃນ​ໜຶ່ງ​ປີຜ່ານມາ. ເຖິງວ່າສະພາບການຂອງໂລກ, ພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ, ສະລັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ; ອົງການຊາຍແດນສອງຝ່າຍນັບທັງຂັ້ນສູນກາງ-ທ້ອງຖິ່ນ ກໍ່ໄດ້ສືບຕໍ່ຄວາມພະຍາຍາມໃນປະສານສົມທົບ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ສ້າງເງື່ອນໄຂສະດວກໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ​-ປ້ອງກັນຄວາມສະຫງົບ ໃນບໍລິເວນຊາຍແດນ ປະກອບສ່ວນສໍາຄັນໃນການເສີມຂະຫຍາຍ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

 

ໃນກອງປະຊຸມ, ສອງຝ່າຍຍັງໄດ້ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຮ່ວມກັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຊາຍແດນ ໃຫ້ມີປະສິດທິພາບເພີ່ມຂື້ນເລື່ອຍໆເປັນຕົ້ນ: ສອງຝ່າຍຈະໄດ້ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນຢ່າງເປັນປະຈຳ, ຍົກສູງວຽກງານການຄຸ້ມຄອງຊາຍແດນ, ກວດກາບັນດາຫຼັກໝາຍຊາຍແດນ, ດໍາເນີນການບູລະນະບັນດາຫຼັກໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດ, ຖືກເຊາະເຈື່ອນໃຫ້ກັບຄືນສູ່ສະພາບເດີມ, ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບດ່ານຊາຍແດນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກ ຂອງຄົນ ແລະ ສິນຄ້າຜ່ານຊາຍແດນສອງປະເທດ. ພ້ອມດຽວກັນນີ້ສອງຝ່າຍ, ຍັງຈະໄດ້ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາ, ເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນ ໃຫ້ແກ່ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ພໍ່ແມ່ປະຊາຊົນ, ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄົນບຸດທິ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ, ຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະຜູ້ແທນຊາຍແດນຂອງສອງຝ່າຍຍັງໄດ້ເຄື່ອນໄຫວຢ້ຽມຢາມບູຮານສະຖານທີ່ເກົ່າແກ່ ແລະ ແຫຼ່່ງທ່ອງທ່ຽວທໍາມະຊາດຈໍານວນໜຶ່ງຂອງແຂວງຫຼວງພະບາງອີກດ້ວຍ.

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404534
ມື້ນີ້10
ມື້ວານ171
ອາທິດນີ້945
ເດືອນນີ້6574