ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກົມກົງສຸນ ກະຊວງການຕ່າງປະເທດ ຈັດພິທີເປີດຕົວຜົນງານການຈັດຕັ້ງປະຕິບັດໂຄງການ “ຫັນການເຊື່ອມໂຍງວຽກງານກົງສຸນໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄປສູ່ທັນສະໄໝດ້ານເຕັກໂນໂລຊີ”

           

    

   

20221206 Cons Dept 1

20221206 Cons Dept 2

20221206 Cons Dept 3

   

         

ໃນຕອນບ່າຍວັນທີ 06 ທັນວາ 2022, ກົມກົງສຸນ ກະຊວງການຕ່າງປະເທດໄດ້ຈັດພິທີເປີດຕົວຜົນງານການຈັດຕັ້ງປະຕິບັດໂຄງການ “ຫັນການເຊື່ອມໂຍງວຽກງານກົງສຸນໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄປສູ່ທັນສະໄໝດ້ານເຕັກໂນໂລຊີ” ຂຶ້ນ ທີ່ ໂຮງແຮມເມືອງແທງ, ນະຄອນຫລວງວຽງຈັນ, ໂດຍໄດ້ຮັບກຽດຈາກ ທ່ານ ບຸນເຫລືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າຈາກບັນດາສະຖານທູດໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳ ສປປ ລາວ, ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກະຊວງ ການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ພອນສີ ບຸນມີໄຊ, ຮອງຫົວໜ້າກົມກົງສຸນ ໄດ້ນຳສະເໜີບົດຄວາມເປັນມາ ແລະ ຜົນງານການຈັດຕັ້ງປະຕິບັດໂຄງການ ໂດຍມີເນື້ອໃນຫຍໍ້ດັ່ງນີ້:       

 

ໂຄງການ “ຫັນການເຊື່ອມໂຍງວຽກງານກົງສຸນໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄປສູ່ທັນສະໄໝດ້ານເຕັກໂນໂລຊີ” ແມ່ນໂຄງການທຳອິດທີ່ກົມກົງສຸນໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ. ຈຸດປະສົງຫລັກຂອງການຂໍອະນຸມັດໂຄງການ ແມ່ນເພື່ອຍົກລະດັບວຽກງານກົງສຸນໃຫ້ຫັນເຂົ້າສູ່ລະບົບໂດຍນຳໃຊ້ເຕັກໂນໂລຊີໃຫ້ຫລາຍຂຶ້ນ ເພື່ອກຽມພ້ອມສົ່ງເສີມການເຊື່ອມໂຍງເຊື່ອມຈອດກັບບັນດາປະເທດ ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກໍ່ຄື ອາຊຽນ. ຜ່ານການຈັດຕັ້ງປະຕິບັດໂຄງການໄລຍະ 16 ເດືອນ, ສາມາດສ້າງ ແລະ ພັດທະນາລະບົບໄດ້ຄື: 1. ລະບົບຖານຂໍ້ມູນວີຊາກັບດ່ານ; 2.  Website ຂອງກົມກົງສຸນ; 3. ລະບົບຈອງມື້ນັດຍື່ນເອກະສານຄຳຮ້ອງຂໍໜັງສືຜ່ານແດນແບບອອນລາຍ; 4. ລະບົບເອກະສານຂອງພະແນກຄຸ້ມຄອງການເຂົ້າ-ອອກ ສປປ ລາວ ຂອງກົມກົງສຸນ ແລະ 5. ເອກະສານແນະນຳການອອກວີຊາ ແລະ ການບໍລິການທາງກົງສຸນ, ບົດຮຽນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະຕ່າງໆສຳລັບບັນດາປະເທດໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ທັງໝົດ 5 ຜົນງານດັ່ງກ່າວ ຈະຊ່ວຍຍົກລະດັບວຽກງານກົງສຸນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ, ສາມາດຮັບໃຊ້ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການເຮັດໜັງສືຜ່ານແດນ ແລະ ບັນດານັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາ ສປປ ລາວ ກໍ່ຄືພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂອງພວກເຮົາ ມີຄວາມສະດວກສະບາຍຍິ່ງຂຶ້ນ, ຊຶ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ການຄຸ້ມຄອງຂອງລັດ ໃນການຫັນການບໍລິຫານລັດໄປຕາມທິດທັນສະໄໝ, ວ່ອງໄວ, ທັນການ, ໂປ່ງໃສ ແລະ ສາມາດກວດສອບໄດ້ເທື່ອລະກ້າວ. ສຳລັບການນຳໃຊ້ລະບົບດັ່ງກ່າວ ຄາດຄະເນວ່າຈະໄດ້ເລີ້ມທົດລອງນຳໃຊ້ພາຍໃນ ຕົ້ນປີ 2023 ນີ້.

 

 

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404070
ມື້ນີ້8
ມື້ວານ264
ອາທິດນີ້481
ເດືອນນີ້6110