ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທົບທວນປະຈຳປີ 2022 ຂອງຈຸດປະສານງານແຫ່ງຊາດ ແລະ ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ

 

PhoxaySeminaOudomxay1 1

PhoxaySeminaOudomxay2

 

ໃນລະຫວ່າງ ວັນທີ 15-16 ທັນວາ 2022, ທີ່ ແຂວງອຸດົມໄຊ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ແລະ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ໄດ້ຈັດ ກອງປະຊຸມທົບທວນປະຈຳປີ 2022 ຂອງ ຈຸດປະສານງານແຫ່ງຊາດ ເພື່ອຈັດຕັ້ງ ປພຍ ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາຈຸດປະສານງານປະຈຳແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຂະແໜງການກ່ຽວຂ້ອງຈາກສູນກາງ ແລະ ແຂວງອຸດົມໄຊ ເຂົ້າຮ່ວມຈຳນວນ 90 ທ່ານ.

 

ຈຸດປະສົງຫຼັກແມ່ນເພື່ອສະຫຼຸບຕີລາຄາຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນສົກປີ 2022 ຜ່ານມາ, ໂດຍສະເພາະແມ່ນການຖອດຖອນບົດຮຽນ, ແລກປ່ຽນປະສົບການຂອງແຕ່ລະຂະແໜງການ ຄຽງຄູ່ກັບການວາງແຜນງານ, ທິດທາງ ແລະ ຄາດໝາຍວຽກງານ ປພຍ ສຳລັບ ປີ 2023, ໃນສະພາບເງື່ອນໄຂການຟື້ນຟູປະເທດພາຍຫຼັງການລະບາດຂອງພະຍາດ ໂຄວິດ-19. ພ້ອມກັນນັ້ນ, ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບການຮ່າງແຜນຍຸດທະສາດຂ້າມຜ່ານແບບໂລ່ງລ່ຽງ (STS) ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ພາຍໃນປີ 2026.

 

ໂອກາດນີ້ທ່ານຮອງລັດຖະມົນຕີຍັງໄດ້ຢ້ຳຄືນຄວາມສຳຄັນຂອງການສືບຕໍ່ຈັດຕັ້ງປະຕິບັດ ປພຍ ຄຽງຄູ່ກັບແນວທາງ, ນະໂຍບາຍ ແລະ ບູລິມະສິດການພັດທະນາ ກໍ່ຄື ການເຊື່ອມສານ ປພຍ ໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX, ວິໄສທັດຮອດປີ 2030 ແລະ ຍຸດທະສາດການເຕີບໂຕສີຂຽວ, ແຜນ ແລະ ບູລິມະສິດສະເພາະຂອງແຕ່ລະຂະແໜງການ. ພ້ອມທັງໄດ້ເນັ້ນໜັກຕື່ມວ່າ: ປະຈຸບັນ ສປປ ລາວ ກໍ່ຄືໃນທົ່ວໂລກ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງ ໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສຈັດຕັ້ງປະຕິບັດ ປພຍ ແລະ ສາມາດບັນລຸໄດ້ຄວາມຄືບໜ້າໃນຫຼາຍດ້ານ ແຕ່ເພື່ອຜ່ານຜ່າຂໍ້ຫຍຸ້ງຍາກດັ່ງກ່າວ ທ່ານຮອງລັດຖະມົນຕິີໄດ້ເນັ້ນໃຫ້ບັນດາຂະແໜງການສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານບູລິມະສິດຂອງຕົນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ໃຫ້ໄດ້ຮັບຜົນສຳເລັດ ແລະ ສ້າງເງື່ອນໄຂພື້ນຖານຕ່າງໆໃຫ້ແກ່ການກະກຽມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026.

 

ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການສະເໜີ ແລະ ປຶກສາຫາລືຫົວຂໍ້ສຳຄັນຕ່າງໆເຊັ່ນ: ການຈັດຕັ້ງປະຕິບັດ ປພຍ ໃນປີ 2022 ແລະ ແຜນງານປະຈຳປີ 2023, ວຽກງານສະຖິຕິ ແລະ ຖານຂໍ້ມູນ SDG Open Platform, ວຽກແຜນການ ກໍ່ຄື ຍຸທະສາດດ້ານການເງິນ ແລະ ຂອບການຕິດຕາມ-ປະເມີນຜົນ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ແລະ ຂະບວນການຮ່າງແຜນຍຸດທະສາດຂ້າມຜ່ານແບບໂລ່ງລ່ຽງ (STS) ໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ໂດຍໄດ້ຮັບຄວາມສົນໃຈ ແລະ ການປະກອບສ່ວນຢ່າງຫຼວງຫຼາຍຈາກຜູ້ເຂົ້າຮ່ວມຊຶ່ງໄດ້ມີການແລກປ່ຽນຢ່າງກົງໄປກົງມາ ໂດຍສະເພາະບັນດາສິ່ງທ້າທາຍໃນການປະສານງານ, ການຈັດຕັ້ງປະຕິບັດວຽກຕົວຈິງ ແລະ ບັນຫາອື່ນໆ ເຊິ່ງຈະເປັນພື້ນຖານອັນດີໃນການຮ່ວມກັນຈັດຕັ້ງປະຕິບັດວຽກງານ ປພຍ ແລະ LDC ໃນປີ 2023.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011