ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ

 

 

LaoMongoCelebrate2LaoMongoCelebrate3

LaoMongoCelebrate4

 

ໃນຕອນຄ່ຳຂອງວັນທີ 14 ທັນວາ 2022, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ໄດ້ຈັດ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມົງໂກລີ ຄົບຮອບ 60 ປີ, ໂດຍການ ເຂົ້າຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ບຽມບາຊູເຣັນ ຈຳສຣັງ (Jamsran BYAMBASUREN), ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ. ໃນງານດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນແຂກກິດຕິມະສັກ. ນອກຈາກນັ້ນ, ຍັງມີບັນດາຄະນະພັກ, ຄະນະນຳ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ຢ່າງພ້ອມພຽງ.

 

ໃນພີທີອັນມີຄວາມໝາຍສຳຄັນນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ແລະ ທ່ານທູດ ບຽມບາຊູເຣັນ ຈຳສຣັງ ໄດ້ຂຶ້ນກ່າວຄຳເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ມົງໂກລີ ຕະຫຼອດໄລຍະ 60 ປີ (12 ກັນຍາ 1962-12 ກັນຍາ 2022) ຜ່ານມາ, ເຊິ່ງການພົວພັນສອງຝ່າຍ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມ ຂະຫຍາຍເປັນກ້າວໆມາ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ ຢ່າງເປັນປົກກະຕິ ໃນຫຼາຍລະດັບ; ສອງຝ່າຍ ໄດ້ສ້າງຕັ້ງກົນໄກການຮ່ວມມືນໍາກັນ ໂດຍການດໍາເນີນກອງປະຊຸມຄະນະກໍາມາທິການ ຮ່ວມມື ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງຖືເປັນກົນໄກ ການຮ່ວມມືທີ່ສໍາຄັນ ເພື່ອພ້ອມກັນຊຸກຍູ້, ທົບທວນຄືນຫມາກຜົນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຕົກລົງເປັນເອກະພາບກັນ ແລະ ພ້ອມກັນກໍານົດທິດທາງໃນຕໍ່ຫນ້າ ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາໃນແຕ່ລະໄລຍະ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສັນຍາລັກແຫ່ງມິດຕະພາບ ຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ໂຄງການຮ່ວມມື ກໍ່ສ້າງໂຮງໝໍມິດຕະ ພາບ ລາວ-ມົງໂກລີ  ແລະ ນິຄົມລ້ຽງແກະ ຢູ່ແຂວງຊຽງຂວາງ ໃນຊຸມປີ 80 ລວມທັງການສົ່ງຊ່ຽວຊານແພດ ໝໍມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ; ລັດຖະບານ ມົງໂກລີ ຍັງໄດ້ມອບແກະ ເປັນຂອງຂວັນໃຫ້ແກ່ ລັດຖະບານລາວ ຈໍານວນ 1050 ໂຕ ແລະ ຖືກນໍາໄປລ້ຽງຢູ່ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ ເເລະ ຈໍາປາສັກ; ດ້ານການສຶກສາ, ສອງຝ່າຍ ໄດ້ສືບຕໍ່ແລກປ່ຽນນັກສຶກສາຮ່ວມກັນຢ່າງເປັນປົກກະຕິ, ເຊິ່ງຝ່າຍລາວ ກໍ່ໄດ້ສົ່ງນັກສຶກສາໄປຮຽນຕໍ່ຢູ່ ມົງໂກລີ ແລະ ຍັງໄດ້ຮັບເອົານັກສຶກສາຈາກ ມົງໂກລີ ມາສຶກສາຕໍ່ຢູ່ ສປປ ລາວ ນຳອີກ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

 

ໃນໂອກາດດຽວກັນນີ້, ສອງ​ຝ່າຍ ກໍ່​ໄດ້​ສະແດງ​ຄວາມມຸ້ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍ ພົວພັນ​ຮ່ວມ​ມື​ອັນດີຂອງສອງຝ່າຍ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ ໂດຍສະເພາະ ການພົວພັນ ຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ ໃຫ້ຫຼາຍຂຶ້ນກວ່າເກົ່າ, ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງສອງຝ່າຍ ໂດຍນຳໃຊ້ທ່າແຮງທີ່ມີຮ່ວມກັນ ເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ ການຮ່ວມມື ໂດຍສະເພາະ ຂອດການເຊື່ອມຈອດດ້ານການຂົນສົ່ງສິນຄ້າທາງບົກ ໂດຍແນ່ໃສ່ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອສາມາດເຊື່ອມຕໍ່ໄປຍັງ ມົງໂກລີ ໃນຕໍ່ໜ້າ.

 

ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໄດ້ ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດມາ, ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ-ມົງໂກລີ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ພິທີສະເຫລີມສະຫລອງ​ໃນ​ຄັ້ງ​ນີ້ ແມ່ນເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485748
ມື້ນີ້47
ມື້ວານ206
ອາທິດນີ້784
ເດືອນນີ້5053