ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 37 ແບບທາງໄກ (37th ASEAN-Japan Forum)

 

 

AJF 1

AJF 5

AJF 4

AJF 2

       ໃນວັນທີ 20 ມິຖຸນາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 37 ແບບທາງໄກ ທີ່ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມ ຂອງ ໄທ ແລະ ຍີ່ປຸ່ນ.

 

        ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນຍີ່ປຸ່ນ (2021-2025) ໂດຍກວມເອົາ 4 ຂົງເຂດບູລິມະສິດ ຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ; ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ; ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ; ແລະ ຄູ່ຮ່ວມມືໃຈເຖິງໃຈ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄືການສືບຕໍ່ຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ໃຫ້ເປັນຮູບປະທໍາ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມຂອບໃຈຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອປະເທດສະມາຊິກອາຊຽນ, ລວມທັງ ສປປ ລາວໃນການຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນການຊ່ວຍເຫຼືອຂອງຍີ່ປຸ່ນເຂົ້າໃນກອງທຶນຮັບມືກັບພະຍາດ ໂຄວິດ-19 ຂອງອາຊຽນ 1 ລ້ານໂດລາສະຫະລັດ ແລະ ອີກ 50 ລ້ານໂດລາສະຫະລັດ ສໍາລັບການສ້າງສູນຮັບມືສາທາລະນະສຸກສຸກເສີນຂອງອາຊຽນ. ພ້ອມນີ້, ຍີ່ປຸ່ນໄດ້ຢືນຢັນຄວາມໝາຍໝັ້ນທີ່ຈະຊ່ວຍເຫຼືອອາຊຽນໃນການຟື້ນຟູຈາກໂຄວິດ-19 ແລະ ຈະຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ດ້ານສາທາລະນະສຸກ, ດ້ານການຄ້າ, ການເຊື່ອມໂຍງພາກພື້ນ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມຈອດ, ການຫັນເປັນດີຈີຕອນ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

 

        ໃນໂອກາດນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມືລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນປີ 2023 ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2022 ນີ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484469
ມື້ນີ້173
ມື້ວານ273
ອາທິດນີ້907
ເດືອນນີ້3774