ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

 

MIA 10Sep21

MIA1 10Sep21

 

ຕອນເຊົ້າຂອງວັນທີ 10 ກັນຍາ 2021, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິ ທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ, ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2020-2021 ຢູ່ເຂດເມືອງວຽງໄຊ, ແຂວງຫົວພັນ.

ໃນພິທີດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ແລະ ກ່າວມອບ ແລະ ທ່ານ Dr. Peter Haymond, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງ ປະເທດ, ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງຢູ່ພາກສະໜາມຈໍານວນໜຶ່ງເຂົ້າຮ່ວມ. ການປະຕິບັດງານໃນຄັ້ງນີ້ ຂອງຄະນະວິຊາການຮ່ວມໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ.

ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ  ສປປ ລາວ, ຄະນະວິຊາການຮ່ວມ ລາວ-ອາເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ, ແຕ່ເໜືອຕະຫຼອດໃຕ້, ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາຫຼາຍກວ່າ 30 ປີມາແລ້ວ. ຕະຫຼອດໄລຍະເວລາແຫ່ງການຮ່ວມມືນັ້ນ, ຄະນະວິຊາການສອງຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເຈົ້າໜ້າທີ່ທ້ອງຖີ່ນ ກໍ່ຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈີງຂອງຕົນ ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈໂດຍຕະຫຼອດມາ ແລະ ເປັນປັດໃຈໜຶ່ງທີ່ສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນັບຂະຫຍາຍຕົວຍີ່ງຂຶ້ນ.

ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫຼືອຂອງທະ ຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼື ຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484731
ມື້ນີ້42
ມື້ວານ205
ອາທິດນີ້1169
ເດືອນນີ້4036