ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງ ຂອງ ຜູ້ຕາງໜ້າອົງການອຸຍນິເຊຟ ຄົນໃໝ່ ປະຈຳ ສປປ ລາວ

 

20200804 UNICEF Repre

 

ໃນຕອນເຊົ້າຂອງວັນທີ 04 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງ ຂອງ ທ່ານ ນາງ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto), ເພື່ອມາດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ ຂອງ ອົງການ ສປຊ (2000-2015), ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼຶ ປພຍ (2015 – 2030), ບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ສຸມໃສ່ການຈັດ​ຕັ້ງ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ ອົງການ​ UNICEF ​ແລະ ລັດຖະບານ ສປປ ລາວ ສົກ​ປີ 2017 – 2021 ​ຊຶ່ງກວມ​ເອົາ 5 ຂົງ​ເຂດ​ເປົ້າ​ ໝາຍ​ຄື: ວຽກ​ງານ​ສາທາລະນະ​ສຸກ ​ແລະ ​ໂພຊະ​ນາ​ການ; ນ້ຳ​ສະອາດ ​ແລະ ວຽກ​ງານ​ສຸຂະ​ອະນາ​ໄມ ​ແລະ ການ​ປ່ຽນ​ແປງ​ຂອງດິນຟ້າອາກາດ;​ ການສຶກສາ; ການປົກປ້ອງເດັກ; ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໂດຍຖືສຳຄັນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ແຜນການຮ່ວມມືດັ່ງກ່າວແມ່ນມີຄວາມສຳຄັນໃນ​ການ​ປະກອບສ່ວນ​ຊ່ວຍ​ສະໜັບ​ສະ​ໜູນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ເວົ້າລວມ ກໍແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແຕ່ນີ້ຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ນາງ ດຣ. ເພຍ ຣີແບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ອົງການ​ UNICEF ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484532
ມື້ນີ້48
ມື້ວານ188
ອາທິດນີ້970
ເດືອນນີ້3837