ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວຽກງານກວດກາປະຈຳປີ 2019 ຂອງກະຊວງການຕ່າງປະເທດ ປິດລົງດ້ວຍຜົນສຳເລັດອັນຈົບງາມ

 

20200720 Inspection Dept 1

20200720 Inspection Dept 2

20200720 Inspection Dept 3

 

          ໃນວັນທີ 02 ກໍລະກົດ 2020, ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານກວດກາປະຈຳປີ 2019 ຂອງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເປັນ​ປະທານ​ຂອງ​ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳວຽກງານກວດກາ); ມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຫົວໜ້າ ແລະ ຄະນະກົມ, ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫລຸບຕີລາຄາວຽກງານກວດກາ ປະຈຳປີ 2019 ຂອງກະຊວງການຕ່າງປະເທດ ໂດຍການເອົາໃຈໃສ່ນຳພາ-ຊີ້ນຳ ຢ່າງໃກ້ຊິດ ແລະ ເປັນປົກກະຕິ ຂອງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ. ໃນປີ 2019 ຜ່ານມາ, ການເຄື່ອນໄຫວກວດກາປົກກະຕິວຽກພັກ-ລັດ ລວມທັງໝົດ 19 ເປົ້າໝາຍ; ອັນພົ້ນເດັ່ນແມ່ນ ບໍ່ທັນພົບເຫັນກໍລະນີສໍ້ລາດບັງຫລວງທີ່ເປັນມູນຄ່າເທື່ອ. ພ້ອມດຽວກັນນີ້, ໄດ້ສ້າງກົນໄກອຳນວຍຄວາມສະດວກໃຫ້ແກ່ວຽກງານຕິດຕາມ, ກວດກາ ໂດຍຜ່ານການຈັດຕັ້ງກອງປະຊຸມຜູ້ເຮັດວຽກງານກວດກາ ຂອງໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ 2ຄັ້ງ/ປີ. ຜ່ານການເຄື່ອນໄຫວກວດກາຕົວຈິງເຫັນວ່າ ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານຂອງກະຊວງການຕ່າງປະເທດ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ປະຕິບັດຕາມກົດໝາຍຂອງລັດຢ່າງເຂັ້ມງວດ ເຊິ່ງສາມາດຕີລາຄາວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ມີສະຕິສູງ, ມີຄວາມໂປ່ງໃສໃນການນຳພາ-ຊີ້ນຳການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຮອບດ້ານ; ທັງໝົດນີ້, ເປັນການປະກອບສ່ວນສຳຄັນໜຶ່ງເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ກໍ່ໄດ້ວາງແຜນການເຄື່ອນໄຫວສຳລັບປີ 2020 ແລະ ເຜີຍແຜ່ເຊື່ອມຊືມເນຶ້ອໃນ 4 ເອກະສານສໍາຄັນຄື: (1) ບົດໂອ້ລົມ ຂອງ ທ່ານ ປອ ບຸນ​ທອງ ຈິດ​ມະນີ, ກຳມະການກົມການ​ເມືອງສູນ​ກາງ​ພັກ,ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ປະທານອົງການ​ກວດກາ​ລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງ​ປະຊຸມ​ວຽກງານ​ກວດກາ​ທົ່ວ​ປະ​ເທດປະຈຳປີ 2019; (2) ບົດສະຫລຸບຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2019 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2020 ຂອງຄະນະກວດກາສູນກາງພັກ; (3) ຂໍ້ກຳນົດຂອງຄະນະກວດກາສູນກາງພັກ ສະບັບເລກທີ 398/ຄກສພລົງວັນທີ 26 ກັນຍາ 2019 ວ່າດ້ວຍການຄົ້ນຄວ້າ, ແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜ; ແລະ (4)ເອກະສານປາຖະກະຖາວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 16 ປີ ວັນທີ 9 ທັນວາ 2003 9 ທັນວາ 2019.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ໃນນັ້ນ, ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນປີ 2019. ພ້ອມນັ້ນ, ກໍ່ໄດ້ມີທິດຊີ້ນຳບາງບັນຫາສຳຄັນໃນຕໍ່ໜ້າຄວນເອົາໃຈໃສ່ວຽກງານຕິດຕາມ-ກວດກາ ເປັນຕົ້ນໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ມີຄວາມເຂົ້າໃຈເລິກເຊິ່ງຕໍ່ພາລະບົດບາດຄວາມສຳຄັນຂອງວຽກງານກວດກາ, ຕີຖອຍທັດສະນະແນວຄິດຖືເບົາຕໍ່ວຽກງານກວດກາ, ໃຫ້ສືບຕໍ່ສົ່ງເສີມດ້ານດີ, ວຽກງານກວດກາເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ, ການຄຸ້ມຄອງຂອງລັດ. ເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງ ໂດຍສະເພາະ ແຕ່ລະພາກສ່ວນຕ້ອງມີການປະສົມປະສານສົມທົບກົມກຽວກັນ ຕໍ່ວຽກງານກວດກາແຕ່ລະເປົ້າໝາຍ, ຕັ້ງໜ້າປະຕິບັດຕາມຫ້າທິດທາງ ແລະ ຫ້າຄາດໝາຍສູ້ຊົນ ທີ່ກອງປະຊຸມວຽກງານກວດກາທົ່ວປະເທດວາງອອກ ໃຫ້ໄດ້ຮັບຜົນດີ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480204
ມື້ນີ້34
ມື້ວານ157
ອາທິດນີ້602
ເດືອນນີ້6435