ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຟີລິບປິນ ສືບຕໍ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

20200220LaosPhilippineA

 

20200220LaosPhilippineB

 

20200220LaosPhilippineC

 

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຕໂຢໂດໂຣ ລອັກຊິນ ຈູເນຍ (TEODORO L. LOCSIN JR), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ, ໃນໂອກາດທີ່ ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19), ໃນລະຫວ່າງວັນທີ 19-21 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ.

 

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ການສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ລາວ-ຟີລິບປິນ ຄົບຮອບ 65 ປີ ແລະ ຕີ​ລາ​ຄາ​ສູງ​ ຕໍ່​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍາວນານ ແລະ ການ​ຮ່ວມມື​ທີ່ດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ເຂັ້ມແຂງ ຕະຫຼອດໄລຍະເວລາ 6 ທົດສະວັດເຄິ່ງທີ່ຜ່ານມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ, ໄດ້ມີການສົ່ງເສີມການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ການຮ່ວມມືກັບບັນດາກະຊວງຂະແໜງການຕ່າງໆ ໃນແຕ່ລະດ້ານ ເຊັ່ນ: ການຮ່ວມມືດ້ານປ້ອງການຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດການຄ້າ ແລະ ການລົງທຶນ, ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ, ການຮ່ວມມືຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ ແລະ ດ້ານອື່ນໆ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ວາງທິດທາງເຮັດວຽກຮ່ວມກັນໃນຕໍ່ໜ້າ ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ຊຶ່ງແນ່ໃສ່ສົ່ງເສີມການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

 

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ທ່ານ ເຕໂຢໂດໂຣ ລອັກຊິນ ຈູເນຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເປັນເຈົ້າພາບຈັດງານມະຫາກໍາກິລາຊີເກມ ຄັ້ງທີ 30 ທີ່ຜ່ານມາ ດ້ວຍຜົນສໍາເລັດຢ່າງຈົບງາມ, ຊຶ່ງເຈົ້າພາບຟີລິບປິນ ສາມາດເປັນເຈົ້າຫຼຽນຄໍາໃນງານມະຫາກໍາກິລາຊີເກມ ຄັ້ງນີ້. ພ້ອມນີ້, ຍັງສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຟີລິບປິນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນ ແລະ ນັກກິລາ ຈາກ ສປປ ລາວ. ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ອວຍພອນໃຫ້ ທ່ານເຕໂຢໂດໂຣ ລອັກຊິນ ຈູເນຍ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດ ໃນການເຂົ້າຮ່ວມກອງປະຊຸມອາຊຽນ-ຈີນ ສະໄໝພິເສດ ຢ່າງຈົບງາມ.

 

ໃນໂອກາດດຽວກັນ, ທ່ານ ເຕໂຢໂດໂຣ ລອັກຊິນ ຈູເນຍ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕອນຮັບຢ່າງອົບອຸ່ນ ໃນການເຂົ້າຮ່ວມກອງປະຊຸມອາຊຽນ-ຈີນ ສະໄໝພິເສດ ໃນຄັ້ງນີ້ ແລະ ອວຍພອນໃຫ້ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ.

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານເຕໂຢໂດໂຣ ລອັກຊິນ ຈູເນຍ ຍັງໄດ້ນຳພາຄະນະ ເດີນທາງເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ອີກດ້ວຍ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480222
ມື້ນີ້52
ມື້ວານ157
ອາທິດນີ້620
ເດືອນນີ້6453