ໃນວັນທີ 18 ກຸມພາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງຫົວໜ້າຄະນະກໍາມະການຮັບຜິດຊອບຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ໃຫ້ສໍາພາດຂ່າວ ຕໍ່ສື່ມວນຊົນລາວ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດສອງກອງປະຊຸມດັ່ງກ່າວ, ລາຍລະອຽດດັ່ງນີ້:
ການກະກຽມຄວາມພ້ອມຂອງອະນຸກໍາມະການຕ່າງໆ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ໃນວັນທີ 20 ກຸມພາ 2020
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຈະຈັດຂຶ້ນໃນວັນທີ 20 ກຸມພາ 2020, ທີ່ ໂຮງແຮມດອນຈັນພາເລດ, ຕາມລາຍລະອຽດດັ່ງນີ:
ປັດຈຸບັນ ການກະກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດແມ່ນມີຄວາມຄືບໜ້າດີທັງທາງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ, ລວມເຖິງການກຽມຄວາມພ້ອມຂອງມາດຕະການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ (COVID 19), ໂດຍໄດ້ຮັບການຮ່ວມມື ແລະ ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນ ແລະ ຕ່າງປະເທດ, ກໍຄື ໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳລວມ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ ແລະ ໄດ້ແຕ່ງຕັ້ງ8ຄະນະອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກແຕກຕ່າງກັນ ຄື: ອະນຸກໍາມະການກະກຽມເນື້ອໃນ, ອະນຸກໍາມະການກອງເລຂາ, ອະນຸກໍາມະການພິທີການ, ສະຖານທີ່ພັກເຊົາ ແລະ ຕ້ອນຮັບ, ອະນຸກໍາມະການປ້ອງກັນຄວາມສະຫງົບ, ອະນຸກໍາມະການໂຄສະນາ ແລະ ຂ່າວສານ, ອະນຸກໍາມະການພາຫະນະຂົນສົ່ງ, ອະນຸກໍາມະການການແພດ ແລະ ສາທາລະນະສຸກ ແລະ ອະນຸກໍາມະການສັງລວມລາຍຈ່າຍ ແລະ ງົບປະມານ.
ບັນດາເນື້ອໃນ ແລະ ເອກະສານທີ່ຈະຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ
# ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນ ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະໄດ້ຮ່ວມກັນປຶກສາຫາລື ໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົ້້າຄໍ້າ (ການເມືອງ-ຄວາມໝັ້ນຄົງ; ການພັດທະນາເສດຖະກິດ; ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ) ແລະ 5 ຂົງເຂດບູລິມະສິດ (ການບໍລິຫານຊັບພະຍາກອນນໍ້າ; ການພັດທະນາກະສິກໍາ ແລະ ລືບລ້າງຄວາມທຸກຍາກ; ການເຊື່ອມໂຍງ ແລະ ເຊື່ອມຈອດ; ສ້າງຂີດຄວາມສາມາດໃນການຜະລິດ; ແລະ ເສດຖະກິດຂ້າມຊາຍແດນ).
ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ນີ້ຍັງເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນ ມີນາ 2020 ທີ່ ນະຄອນຫລວງວຽງຈັນ.
ເອກະສານສໍາຄັນທີ່ຈະພິຈາລະນາຮັບຮອງເອົາໃນກອງປະຊຸມຄັ້ງນີ້ມີ 1 ສະບັບຄື: ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 (Joint Press Communique of the 5th Mekong-Lancang Cooperation Foreign Ministers’ Meeting).ພ້ອມທັງຮັບຊາບເອກະສານຄັດຕິດຈໍານວນ 3 ສະບັບຄື: 1). ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ, 2). ຕາຕະລາງຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຮ່ວມມືແລະ 3). ບົດແນະນໍາຂອງສູນຄົ້ນຄວ້າແມ່ນໍ້າຂອງສາກົນກ່ຽວກັບການສ້າງແລວພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ພາຍຫຼັງກອງປະຊຸມ, ກໍຈະມີກອງປະຊຸມຖະແຫຼງຂ່າວຂອງປະທານຮ່ວມຄື ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.
# ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່(COVID-19)
ກອງປະຊຸມຄັ້ງນີ້ ສປ ຈີນ ແລະ ສ. ຟີລິບປິນ (ໃນນາມປະເທດປະສານງານການຮ່ວມມື ອາຊຽນ-ຈີນ) ຈະຮ່ວມກັນເປັນປະທານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືແລະແລກປ່ຽນຄຳຄິດຄຳເຫັນຮ່ວມກັນລະຫວ່າງອາຊຽນແລະຈີນໃນການຊອກຫາຊ່ອງທາງ, ລວມທັງແລກປ່ຽນບົດຮຽນທີ່ດີແລະກຳນົດມາດຕະການໃນການຕ້ານແລະຮັບມືການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ (COVID-19).
ກອງປະຊຸມຈະພິຈາລະນາຮັບຮອງເອົາ ຖະແຫຼງການຮ່ວມຂອງປະທານ ກ່ຽວກັບ ການຕ້ານແລະຮັບມືກັບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່(COVID-19)ເພື່ອເປັນທິດທາງ ໃຫ້ແກ່ຂະແໜງການກ່ຽວຂ້ອງໄປຜັນຂະຫຍາຍຕໍ່ໄປ.
ພາຍຫຼັງກອງປະຊຸມ ຈະມີກອງປະຊຸມຖະແຫຼງຂ່າວຂອງປະທານຮ່ວມ ກ່ຽວກັບຜົນຂອງກອງປະຊຸມ.
ມາດຕະການເຝົ້າລະວັງ ແລະ ກະກຽມຄວາມພ້ອມ ໃນການປ້ອງກັນການແຜ່ລະບາດຂອງ (COVID-19)ໃນຊ່ວງໄລຍະກອງປະຊຸມ
ອີງຕາມບົດລາຍງານຂອງກະຊວງສາທາລະນະສຸກ, ປັດຈຸບັນ ສປປ ລາວ ຍັງບໍ່ມີກໍລະນີຕິດເຊື້ອພະຍາດດັ່ງກ່າວ, ເຊິ່ງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດຕາມສະພາບການຢ່າງໃກ້ຊິດ.
ເພື່ອຮັບປະກັນໃຫ້ແກ່ສຸຂະພາບຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ລວມທັງເລຂາທິການໃຫຍ່ ອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ, ສປປລາວແມ່ນໄດ້ໃຫ້ຄວາມເປັນຫວ່ງແລະຖືເປັນບັນຫາສຳຄັນແລະໄດ້ມີມາດຕະການຕ່າງໆທີ່ຈຳເປັນມາຕັ້ງແຕ່ຕົ້ນເດືອນມັງກອນ, 2020. ພິເສດ, ທ່ານນາຍົກລັດຖະມົນຕີໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບໂດຍກົງໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມແລະຕອບໂຕ້ ຕໍ່ການລະບາດຂອງພະຍາດ COVID-19.
ນອກຈາກນັ້ນ, ກະຊວງກ່ຽວຂ້ອງໂດຍສະເພາະກະຊວງສາທາລະນະສຸກໄດ້ວາງມາດຕະການສຳຄັນຫຼາຍຢ່າງໃນການປ້ອງກັນ, ຄວບຄຸມການລະບາດຂອງພະຍາດດັ່ງກ່າວ. ພວກເຮົາໄດ້ປະຕິບັດກົນລະບຽບສາກົນດ້ານສາທາລະນະສຸກ (International Health Regulation) ຢ່າງເຂັ່ງຂັດ.
ສະນັ້ນ, ຈຶ່ງເວົ້າໄດ້ວ່າສປປລາວ ແມ່ນມີຄວາມພ້ອມສູງໃນການປ້ອງກັນແລະຄວບຄຸມໃນການລະບາດຂອງພະຍາດ COVID-19. ເຖິງຢ່າງໃດກໍ່ດີ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄດ້ດີທີ່ສຸດໂດຍສະເພາະໃນໄລຍະປະເທດເຮົາເປັນເຈົ້າພາບກອງປະຊຸມທີ່ຈະມີແຂກຮັບເຊີນຂັ້ນສູງມາຈາກຫຼາຍປະເທດ. ພວກເຮົາໄດ້ວາງມາດຕະການເພີ່ມຕື່ມໂດຍອີງໃສ່ກົດລະບຽບສາກົນດ້ານສາທາລະນະສຸກດັ່ງຕໍ່ໄປນີ້:
- ໄດ້ຕິດຕັ້ງ ເຄື່ອງວັດແທກອຸນຫະພຸມຂອງຮ່າງກາຍ (Thermo Scan) ຢູ່ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນນະຄອນຫຼວງພະບາງ ເພື່ອກວດວັດແທກອຸນຫະພຸມຮ່າງກາຍຂອງບັນດານັກທ່ອງທ່ຽວ ແລະ ແຂກທຸກທ່ານທີ່ຈະເດີນທາງມາ ປະເທດເຮົາ;
- ໄດ້ມີການກະກຽມຫ້ອງແຍກດ່ຽວຢູ່ສະໜາມບິນສາກົນ ເພື່ອຕິດຕາມ ແລະ ກຽມສົ່ງຕໍ່ຄົນເຈັບທີ່ມີອາການສົ່ງໃສ່ໄປ ໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ບ່ອນທີ່ໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຕິດຕາມ ແລະ ປິ່ນປົວຖ້າມີຄົນເຈັບທີ່ມີອາການສົງໃສ່ ຫຼື ເປັນພະຍາດ ຍ້ອນເຊື້ອ COVID-19 ໄວ້ແລ້ວ;
- ໄດ້ມີລົດນຳສົ່ງຄົນເຈັບສະເພາະ ທີ່ສາມາດຮຽກໃຊ້ໄດ້ຕະຫຼອດ 24 ຊົ່ວໂມງ ແລະ ມີເບີໂທສາຍດ່ວນ ເລກເບີ 166 ແລະ ເບີໂທ IHR 02054066777 ຕະຫຼອດ 24 ຊົ່ວໂມງ;
- ໄດ້ມີການຕິດຕັ້ງ Thermo Scan ຢູ່ໂຮງແຮມບ່ອນທີ່ຈະຈັດກອງປະຊຸມ, ເພື່ອວັດແທກອຸນຫະພຸມຮ່າງກາຍຂອງແຂກທີ່ເຂົ້າຮ່ວມກອງປະຊຸມ ຖ້າພົບກໍລະນີສົ່ງໃສ່ກໍ່ຈະໄດ້ອະນຸຍາດເພື່ອດຳເນີນຕາມມາດຕະການຕ່າງໆທີ່ໄດ້ວາງໄວ້;
- ພະນັກງານທັງໝົດຂອງໂຮງແຮມຕ້ອງໄດ້ໃສ່ໜ້າກາກອະນາໄມ ໃນເວລາຮັບໃຊ້ແຂກທີ່ເຂົ້າມາໃຊ້ບໍລິການໂຮງແຮມ.