ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດ ຫວຽດນາມ

 

20200204 LaoAmbassadorToVietnam

ໃນວັນທີ 04ກຸມພາ 2020, ທີ່ ສະພາແຫ່ງຊາດ ສສ ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ເນື່ອງໃນໂອກາດດຳລົງຕໍ່າແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

ໃນການເຂົ້າຢ້ຽມຂໍ່ານັບພົບປະໃນຄັ້ງນີ້, ທ່ານ ນາງ ຫງວຽນ ທິກິມເງີນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່​ການ​ມາ​ດຳລົງ​ຕຳ​ແໜ່​ງ​ເປັນເອກອັກຄະລັດຖະທູດຂອງ​ ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອ​ມກັນ​ນັ້ນ​ກໍ່​ໄດ້​ຕີ​ລາ​ຄາ​ສູງ ຕໍ່ຜົນສຳເລັດການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ສອງລັດຖະບານ ລາວ-ຫວຽດນາມ ໂດຍສະເພາະແມ່ນການພົບປະປະຈຳປີ 2020 ຂອງສອງກົມການເມືອງລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 42 ທີ່ຫາກໍ່ສຳເລັດທີ່ຜ່ານມາ. ເວົ້າສະເພາະ ແມ່ນສອງສະພາແຫ່ງຊາດຂອງສອງປະເທດ ໃນການພົບປະແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວວຽກງານນິຕິບັນຍັດ ແລະ ການເຄື່ອນໄຫວວຽກງານຂອງສະພາປະຊາຊົນຢູ່ບັນດານະຄອນ ພ້ອມ​ທັງ​ໄດ້​ຊຸກຍູ້​ໃຫ້​ມີ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ​ຂັ້ນ​ສະພາ​ທ້ອງ​ຖິນນຳ​ກັນ.

​ໂອກາດ​ນີ້, ທ່ານ ນາງ ຫງວຽນ ທິກິມເງິນ ໄດ້ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມ ຈະສ້າງທຸກເງື່ອນໄຂ ແລະ ຈະອຳນວຍຄວາມສະດວກໃຫ້ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເປັນຢ່າງດີທີ່ສຸດໃນໄລຍະທີ່ທ່ານມາດຳລົງຕໍ່າແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ, ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່ ​ຄວາມ​ສາມັກຄີ​ພິ​ເສດແບບສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ.

ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ຫວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມມຸ່ງຫວັງຈະພະຍາຍາມສຸດຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມ ແລະ ພ້ອມແລ້ວທີ່ຈະປະຕິບັດໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ໝົດ​ຈິດ​ໝົດ​ໃຈ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ ​ພ້ອມ​ທັງ​ຈະ​ເປັນ​ເຈົ້າ​ການ​ໃນ​ກາ​ຊຸກຍູ້​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນ​ຂອງ ການພົບປະປະຈຳປີ ຂອງສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2020, ​ແລະ ຜົນ​ຂອງ ກອງປະຊຸມປະຈຳ​ປີ​ຂອງ​ຄະນະ​ກຳມາ​ທິການ​ຮ່ວມ​ມືສອງລັດຖະບານຂອງສອງປະເທດ ລາວ-ຫວຽດນາມ ແລະ ຫວຽດນາມ - ລາວ ຄັ້ງທີ 42, ນັບທັງຜົນການຢ້ຽມຢ້າມພາຍໃນ ຂອງປະທານສະພາແຫ່ງຊາດລາວໃນຕົ້ນປີທີ່ຜ່ານມາ ​ໃຫ້​ເກີດ​ດອກ​ອອກ​ຜົນ​ເປັນ​ຈິງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480334
ມື້ນີ້164
ມື້ວານ157
ອາທິດນີ້732
ເດືອນນີ້6565