ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າພົບປະຂອງທ່ານຜູ້ປະສານງານອົງການ ສປຊ ດ້ານວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ

20190814UNRep20190814UNRep1

        ໃນຕອນເຊົ້າຂອງວັນທີ 14 ສິງຫາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ນ. ຄຳເພົາ ເອີນທະວັນ,   ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ (Sara Sekeness-Tollefsen), ເພື່ອປຶກສາຫາລືແຜນການສະໜັບສະໜູນຂອງອົງການ ສປຊ ຕໍ່ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ແລະ ທິດທາງການຈັດຕັ້ງປະຕິບັດການປະເມີນຄວາມຕ້ອງການພາຍຫຼັງໄພພິບັດ ປະຈໍາປີ 2019.

ໃນໂອກາດດັ່ງກ່າວ, ທ່ານຜູ້ປະສານງານ ອົງການ ສປຊ ໄດ້ຢ້ຳຄືນບູລິມະສິດສູງສຸດຂອງອົງການສປຊແລະບັນດາຄູ່ຮ່ວມພັດທະນາ ໃນການສະໜັບສະໜູນລັດຖະບານ ເພື່ອຈັດຕັ້ງປະຕິບັດໂຄງການຟື້ນຟູໄພພິບັດທີ່ແຂວງ ອັດຕະປືແລະແຂວງອື່ນໆ. ນອກນັ້ນ, ທັງສອງທ່ານຍັງໄດ້ປຶກສາຫາລືຮ່າງແຜນງານໂຄງການຟື້ນຟູໄພພິບັດທີ່ບັນດາອົງການເຄືອຂ່າຍ ສປຊ ໄດ້ນຳສະເໜີລວມມູນຄ່າຫຼາຍກວ່າ 5 ລ້ານໂດລາສະຫະລັດ ແລະ ທັງສອງໄດ້ຕົກລົງເຫັນດີ ສືບຕໍ່ລາຍງານຄວາມຄືບໜ້າໃຫ້ບັນດາຄູ່ຮ່ວມພັດທະນາ ຕໍ່ກັບວຽກງານໄພພິບັດ ໂດຍສະເພາະການເຊື່ຶອມສານວຽກງານການບໍລິຫານຈັດການຄວາມສ່ຽງໄພພິບັດ (Disaster Risk Management) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນຍຸດທະສາດອື່ນໆເພື່ອເປັນບ່ອນອີງໃນການລະດົມທຶນເພີ່ມຕື່ມໃນຕໍ່ໜ້າ. ຕອນທ້າຍນີ້, ທ່ານ ຮອງລັດຖະມົນຕີ ກໍ່ຍັງສະແດງຄວາມ​ຂອບ​ໃຈ ພ້ອມ​ທັງ​ອວຍພອນ​ໃຫ້​ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ​ຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າ​ທີ່​ຂອງ​ທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.​ ໃນ​ໂອກາດ​ດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ມາ​ຍັງ​ຜູ້ປະສານງານ ຂອງ​ ອົງການ ສປຊ ປະຈໍາ ສປປ ລາວ ພ້ອມທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ ແລະ ຕີລາຄາ​ສູງ​ຕໍ່​ການມາຮັບໜ້າທີ່ຂອງຜູ້ກ່ຽວ ໃນການຮັບຕຳແໜ່ງໃໝ່ເປັນຜູ້ຕາງໜ້າຜູ້ປະສານງານອົງການ ປຊ ປະຈຳ ສປປລາວ ຊຶ່ງເປັນຜູ້ທຳອິດພາຍຫຼັງທີ່ມີການແຍກຕຳແໜ່ງຜູ້ປະສານງານອົງການ ແລະ ຜູ້ຕາງໜ້າອົງການ UNDP ອອກຈາກັນ, ທັງນີ້ກໍເພື່ອຍົກບົດບາດວຽກງານປະສານງານຂອງ ສປຊ ໃນລະດັບຊາດໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງກວ່າເກົ່າ.

   ພ້ອມດຽວກັນນັ້ນ, ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນນາມ UNRC ທ່ານຈະສືບຕໍ່ເພີ່ມທະວີບົດບາດຂອງຕົນໃນການປະສານງານ, ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດ ລະຫວ່າງ ອົງການເຄືອຂ່າຍ ສປຊ ແລະ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆທີ່ເປັນບຸລິມະສິດຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນຕໍ່ໜ້າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480265
ມື້ນີ້95
ມື້ວານ157
ອາທິດນີ້663
ເດືອນນີ້6496