ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດສະວິດເຊີແລນ ປະຈຳ ລາວ

SPSwizz19

 

ໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອີໂວ ຊີເບີ (Ivo Sieber), ເອກອັກຄະລັດຖະທູດ ສະວິດເຊີແລນ ປະຈຳ ສປປ ລາວ,​ ພາຍຫຼັງສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຢ່າງຫ້າວຫັນຂອງທ່ານທູດ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລາວ-ສະວິດເຊີແລນ ໂດຍສະເພາະແມ່ນດ້ານການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ມີປະສິດທິຜົນ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຄຸ້ມຄອງລັດ ແລະ ການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ໃນລະດັບທ້ອງຖິ່ນ, ການຄໍ້າປະກັນສະບຽງອາຫານ ແລະ ກະສິກໍາ, ການສຶກສາວິຊາຊີບ ແລະ ການຝຶກອົບຮົມ. ນອກຈາກນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ສະເໜີໃຫ້ສະວິດເຊີແລນ ເພີ່ມທະວີການສະໜັບສະໜູນການຊ່ວຍເຫຼືອໃນດ້ານຕ່າງໆ ໃຫ້ແກ່ ສປປ ລາວ ແລະ ຊ່ວຍໂຄສະນາຊຸກຍູ້ຂົນຂວາຍເອົານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຂອງ ສະວິດເຊີແລນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງສະເໜີໃຫ້ມີການແລກປ່ຽນຄະນະຜູ້ແທນນຳກັນຫຼາຍຂຶ້ນໃນອະນາຄົດ ເພື່ອຖອດຖອນບົດຮຽນ ແລະ ຂໍ້ມູນຂ່າວສານ ລະຫວ່າງສອງປະເທດ.

 

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ອີໂວ ຊີເບີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ຊຶ່ງເປັນ​ການ​ປະກອບສ່ວນອັນສຳຄັນ ​ເຂົ້າ​ໃນ​ການ​ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ກວ້າງຂວາງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

 

ສປປ ລາວ ແລະ ສະວິດເຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 11 ພະຈິກ 1962. ໃນໄລຍະຜ່ານມາສະວິດເຊີແລນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຜ່ານອົງການຈັດຕັ້ງສາກົນ ຫຼື ຮ່ວມທຶນກັບປະເທດອື່ນ ເພື່ອສ້າງເປັນໂຄງການລະດັບອະນຸພາກພື້ນ, ຊຶ່ງລັດຖະບານ ສະວິດເຊີແລນ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຕາມຍຸດທະສາດການຮ່ວມມື ກັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໃນສົກປີ 2013-2017 (Swiss Cooperation Strategy in the Mekong Region 2013-2017), ຊຶ່ງລວມມີ ລາວ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ. ສຳລັບການຊ່ວຍເຫຼືອຂອງສະວິດເຊີແລນ ໃນສົກປີ 2018-2021 ແມ່ນມີມູນຄ່າ 64 ລ້ານ ຝຣັງສະວິດ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດ ໃນ ສປປ ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485360
ມື້ນີ້61
ມື້ວານ227
ອາທິດນີ້396
ເດືອນນີ້4665