ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ອາຊຽນ-ສ.ເກົາຫລີ ຄັ້ງ 23

 

VFMthongparn

 

ໃນວັນທີ2-3ກໍລະກົດ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການ​​ຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ປ າວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ສ.ເກົາຫລີ ຄັ້ງ23, ທີ່ ບັນດາເຊລີ ເບກາວັນ, ບຣູໄນ ດາຣູສະລາມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ Emaleen ABD Rahman Teo, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງບຣູໄນ ແລະທ່ານ Yoon Soongsu, ຮອງລັດຖະມົນຕີຕ່າງປະເທດ ຜູ້ຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສ.ເກົາຫລີ.

ກອງປະຊຸມໄດ້ທົບທວນຄືນ​ ແລະ ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ສ.ເກົາຫລີ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 20 ໃນເດືອນ ພະຈິກ 2018 ທີ່ ສິງກະໂປ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ 2016-2020 ທີ່ກວມເອົາຂົງເຂດ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ກອງປະຊຸມ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອເລີ່ມຂະບວນການຮ່າງແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ສະບັບໃໝ່ ໃຫ້ໄດ້ຮັບຮອງໃນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ ໃນປີ 2020. ກອງປະຊຸມ ໄດ້ເຫັນດີ ເພີ່ມທະວີການຮ່ວມມືໃນຂົງເຂດ ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການຮ່ວມມືທາງທະເລ ໂດຍສະເພາະການຄຸ້ມຄອງການຫາປາ ແລະ ການປົກປັກຮັກສາຊັບພະຍາກອນທາງທະເລ, ການພັດທະນາ MSMEs, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການເຊື່ອມຈອດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການສຶກສາ, ການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ, ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ແລະ ອື່ນໆ.

ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ໂອກາດຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ສ.ເກົາຫຼີ ໃນປີ 2019 ແລະ ໄດ້ປຶກສາຫາລືການ​ກະ​ກຽມໃຫ້ແກ່ ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ເພື່ອສະເຫລີມສະຫລອງການພົວພັນພັນຮ່ວມມື ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ, ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 201ທີ່ ປູຊານ, ສ.ເກົາຫລີ ລວມທັງບັນດາກິດຈະກຳສະເຫຼີມສະຫຼອງ ແລະ ເອກະສານຜົນກອງປະຊຸມໃນໂອກາດສຳຄັນດັ່ງກ່າວ ແລະ ກອງປະຊຸມສຸດຍອດຄັ້ງປະຖົມມະລຶກ ແມ່ຂອງ-ສ.ເກົາຫຼີ ຊຶ່ງຈະຈັດຂື້ນຕິດຕໍ່ກັນ ກັບ ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ດັ່ງກ່າວ.

ໃນໂອກາດນີ້, ກອງປະຊຸມຍັງ​​ໄດ້ແລກປ່ຽນຄຳຄິດ​​ເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ​: ​ໂຄງສ້າງພາກພື້ນ ແລະ ສະພາບການຢູ່ແຫຼມເກົາຫລີ ແລະ ບັນ​ຫາ​ອື່ນໆ. ກອງ​ປະ​ຊຸ​ມ​ ຍັງ​ໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ​ ອາຊຽນ-.ເກົາຫຼີ ຊຶ່ງຈະຈັດຂຶ້ນໃນເດືອນສິງຫາ 2019 ທີ່ ບາງກອກ, ປະເທດໄທ.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480305
ມື້ນີ້135
ມື້ວານ157
ອາທິດນີ້703
ເດືອນນີ້6536