ໃນວັນທີ2-3ກໍລະກົດ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ສ.ເກົາຫລີ ຄັ້ງ23, ທີ່ ບັນດາເຊລີ ເບກາວັນ, ບຣູໄນ ດາຣູສະລາມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ Emaleen ABD Rahman Teo, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງບຣູໄນ ແລະ ທ່ານ Yoon Soongsu, ຮອງລັດຖະມົນຕີຕ່າງປະເທດ ຜູ້ຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສ.ເກົາຫລີ.
ກອງປະຊຸມໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ສ.ເກົາຫລີ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 20 ໃນເດືອນ ພະຈິກ 2018 ທີ່ ສິງກະໂປ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ 2016-2020 ທີ່ກວມເອົາຂົງເຂດ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ກອງປະຊຸມ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອເລີ່ມຂະບວນການຮ່າງແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ສະບັບໃໝ່ ໃຫ້ໄດ້ຮັບຮອງໃນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ ໃນປີ 2020. ກອງປະຊຸມ ໄດ້ເຫັນດີ ເພີ່ມທະວີການຮ່ວມມືໃນຂົງເຂດ ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການຮ່ວມມືທາງທະເລ ໂດຍສະເພາະການຄຸ້ມຄອງການຫາປາ ແລະ ການປົກປັກຮັກສາຊັບພະຍາກອນທາງທະເລ, ການພັດທະນາ MSMEs, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການເຊື່ອມຈອດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການສຶກສາ, ການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ, ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ແລະ ອື່ນໆ.
ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ໂອກາດຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ສ.ເກົາຫຼີ ໃນປີ 2019 ແລະ ໄດ້ປຶກສາຫາລືການກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ເພື່ອສະເຫລີມສະຫລອງການພົວພັນພັນຮ່ວມມື ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ, ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2019 ທີ່ ປູຊານ, ສ.ເກົາຫລີ ລວມທັງບັນດາກິດຈະກຳສະເຫຼີມສະຫຼອງ ແລະ ເອກະສານຜົນກອງປະຊຸມໃນໂອກາດສຳຄັນດັ່ງກ່າວ ແລະ ກອງປະຊຸມສຸດຍອດຄັ້ງປະຖົມມະລຶກ ແມ່ຂອງ-ສ.ເກົາຫຼີ ຊຶ່ງຈະຈັດຂື້ນຕິດຕໍ່ກັນ ກັບ ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ດັ່ງກ່າວ.
ໃນໂອກາດນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ໂຄງສ້າງພາກພື້ນ ແລະ ສະພາບການຢູ່ແຫຼມເກົາຫລີ ແລະ ບັນຫາອື່ນໆ. ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ ຊຶ່ງຈະຈັດຂຶ້ນໃນເດືອນສິງຫາ 2019 ທີ່ ບາງກອກ, ປະເທດໄທ.