ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ

 

VFM-2

 

ໃນວັນທີ 21 ມິຖຸນາ 2019, ທີ່ ບາງກອກ, ປະເທດໄທ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງ​ທີ 34 (ASEAN Senior Officials Preparatory Meeting).

ກອງປະຊຸມດັ່ງກ່າວ ໄດ້​ຮັບ​ຊາບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳບູລິມະສິດຂອງ ໄທໃນນາມປະທານອາຊຽນ ປີ 2019 ແລະ ໄດ້ສືບ​ຕໍ່ປຶກຫາລືກ່ຽວກັບເນື້ອໃນ​​ຮ່າງຖະແຫຼງການວິໄສທັດຂອງຜູ້ນໍາອາຊຽນ ວ່າດ້ວຍການເປັນຄູ່ຮ່ວມເພື່ອຄວາມຍືນຍົງກ່ອນຈະນຳສະເໜີໃຫ້ລັດຖະມົນຕີຕ່າງປະເທດອາຊຽນພິຈາລະນາ ​ແລະ ນຳ​ສະ​ເໜີໃຫ້ຜູ້ນຳອາຊຽນຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34. ພ້ອມກັນນີ້, ກອງປະຊຸຍັງໄດ້ປຶກສາຫາລືເພື່ອກະກຽມ​ໃຫ້​ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ(AMM), ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ການ​ເມືອງ-ຄວາມໝັ້ນຄົງ​ອາຊຽນ ຄັ້ງ​ທີ 19 (19th APSC Council), ​ແລະ ກອງ​ປະຊຸມ​ສະພາ​ປະສານ​ງານ​ອາຊຽນ ຄັ້ງ​ທີ 23 (23rd ACC) ແລະ ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ ຄັ້ງ​ທີ 34 ເຊິ່ງຈະຈັດຂຶ້ນໃນ​ວັນ​ທີ 22-23 ມິ​ຖຸ​ນາ 2019.

ກອງ​ປະຊຸມຄັ້ງ​ນີ້ ຍັງໄດ້​ແລກ​ປ່ຽນ​ຄຳ​ຄິ​ດ​ເຫັນ​ກ່ຽວ​ກັບການ​ສະ​ໝັກ​ເຂົ້າ​ເປັນ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (TAC) ຂອງ​ປະ​ເທດນອກ​ພາກ​ພື້ນ​ອາ​ຊຽນ, ພ້ອມທັງປຶກ​ສ​າ​ຫາ​ລືຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ສ້າງເຄືອຂ່າຍຕົວເມືອງອັດ​ສະ​ລິ​ຍະອາຊຽນ, ເຊີ່ງສືບຕໍ່ປະຕິບັດ​ຂໍ້​ລິ​ເລີ່ມຂອງ​ເປັນ​ປະ​ທານ​ອາ​ຊຽນ ສິງ​ກະ​ໂປ 2018. ນອກນັ້ນ, ​ກໍ່​ໄດ້ປຶກ​ສາ​ຫາ​ລື​ເພື່ອ ຮັດແໜ້ນການ​ຮ່ວມ​ມື​ ລະ​ຫວ່າງ​ອາ​ຊຽນ ກັບ ​ປະ​ເທດຄູ່​ເຈ​ລະ​ຈາ​​ຂອງ​ອາ​ຊຽນ ແລະ ບັ​ນ​ຫາ​ອື່ນໆ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484572
ມື້ນີ້88
ມື້ວານ188
ອາທິດນີ້1010
ເດືອນນີ້3877